ອັດກອງປະຊຸມຮ່ວມມືພາກພື້ນ ແມ່ນ້ຳຂອງ - ແມ່ນ້ຳຄົງຄາ

ອັດກອງປະຊຸມຮ່ວມມືພາກພື້ນ ແມ່ນ້ຳຂອງ - ແມ່ນ້ຳຄົງຄາ - ảnh 1
(ກອງ​ປະຊຸມ​ຮ່ວມ​ມື​ພາກ​ພື້ນ​ແມ່ນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາ)

(vovworld) -     ວັນ​ທີ 4/9, ພາຍຫຼັງ​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີຂັ້ນ​ສູງ (SOM)ຢູ່​ນະຄອນຫຼວງ New Delhi, ປະ​ເທດອິນ​​ເດຍ, ກອງ​ປະຊຸມ​ຮ່ວມ​ມື​ພາກ​ພື້ນ​ແມ່ນ້ຳຂອງ - ​ແມ່​ຄົງ​ຄາ (MGC) ຄັ້ງ​ທີ 6 ​ໄດ້​ອັດ​ລົງ​ດ້ວຍ​ເລື່ອງ​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ພັດທະນາ, ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ນຳ​ມາ​ເຊິ່ງສິດຜົນປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ. ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ຄວາມ​ຈຳ​ເປັນຕ້ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນ້ອຍ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໂດຍ​ກົງ ​ແລະ ​ແທດ​ຈິ່ງ​ໃຫ້​ແກ່​ວົງ​ຄະນະ​ຍາດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ; ພ້ອມ​ກັນ​ນັ້ນ​ຊົມ​ເຊີຍ​ເລື່ອງ​ສ້າງ​ບັນດາ​ໂຄງການ​ທີ່​ນຳ​ມາ​ເຊິ່ງຜົນ​ກະທົບ​ຢ່າງ​ວ່ອງ​ໄວ້ລະຫວ່າງອິນ​ເດຍ ກັບ 4 ປະ​ເທດ​ລຸ່ມ​ແມ່​ນ້ຳຂ​ອງ​ຄື​ກຳປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໄດ້​ສະ​ເໜີ​ວ່າ ​ກອງ​ປະຊຸມ​ລັດຖະມົນຕີ​ຮ່ວມ​ມືແມ່ນ້ຳຂອງ - ​ແມ່​ຄົງ​ຄາ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື ວັດທະນະທຳ, ການ​ສຶກາ, ທ່ອງ​ທ່ຽວ, ກໍ​ຄື​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຊີ, ພ້​ອມທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການພັ​ດທະ​ນາ​ຢ່າງ​ໝັ້ນ​ຄົງ, ​ໃນ​ນັ້ນ​ມີ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​​ແປ່ງຂອງ​ດິນ​ຟ້າ​ອາກາດ, ການຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳຈາກ​ແມ່​ນ້ຳຂອງ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ