ອັດກອງປະຊຸມເທື່ອທີ50ຂອງຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມເທື່ອທີ50ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ອັດກອງປະຊຸມເທື່ອທີ 50 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​​ ວັນ​ທີ 12/07 ກອງ​ປະຊຸມ​ເທື່ອ​ທີ 50ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸມ​ເທື່ອ​ທີ 50 ຂອງ​ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ວັນ​ທີ 11​ແລະ 12/07/2016 ຄະນະ​ປະຈຳ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປະຊຸມ​ວາລະ​ເທື່ອ​ທີ 50 ຢູ່​ຮ່າ​ໂນ້ຍ ​ໄດ້​ອັດ​ລົງ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ.

        ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຮ່າງເນື້ອ​ໃນ, ​ໂຄງການດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ. ມາ​ຮອດ​ຈຸດ​ເວລາ​ນີ້, ວຽກ​ງານ​ກະກຽມ​ ​ທຸກ​ດ້ານ​ໃຫ້​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ສະພາ​ແຫ່ງ​ຊາດຊຸດ​ທີ 14​ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ. ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ຕົ້ນ​ປີ ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2016. ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ແຜນການ​ປັບປຸງ​​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2016, ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2017 ​ແລະ ຮ່າງ​ໂຄງການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປີ 2017.

ຂ່າວ/ບົດ​ອື່ນ