ອັດງານມະຫາກຳກິລາ ອາຊີຄັ້ງທີ 17


ອັດງານມະຫາກຳກິລາ ອາຊີຄັ້ງທີ 17 - ảnh 1

(ພາບ: http://dantri.com.vn )

 (vovworld)- ​ ​ຕອນ​ຄ່ຳວັນ​ທີ 4/10, ງານ​ມະຫາ​ກຳ​ກິລາ​ອາຊີ​ຄັ້ງທີ 17 (ASIAD 17) ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ພາຍຫຼັງ​ດຳ​ເນີນ​ການ​ແຂ່ງຂັນ​ເປັນ​ເວລາ 16 ວັນ. ນີ້​ແມ່ນງານ​ມະຫາ​ກຳ​ກິລາ​ອາຊີບັນລຸ​ຄຸນ​ນະພາ​ບສູງ​ດ້ວຍ 14 ສະຖິຕິ​ໂລກ​ ​ແລະ 80 ສະຖິຕິ​ງານ​ມະຫາ​ກຳ​​ໄດ້​ສ້າງ​ຂຶ້ນໃໝ່. ASIAD ຄັ້ງນີ້​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ກິລາ 9501 ຄົນ​ມາ​ຈາກ 45 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຢູ່​ອາຊີ. ບັນດາ​ນັກ​ກິລາ​ໄດ້​ທຳ​ການ​ແຂ່ງຂັນ​ໃນ​ກິລາ 36 ປະ​ເພດ. ຢືນອັນ​ດັບ​ທີ 1 ​ແມ່ນ​ຄະນະ​ນັກ​ກິລາ​ຈີນ​ດ້ວຍ 342 ຫຼຽນ, ​ໃນ​ນັ້ນມີ​ຫຼຽນ​ຄຳ 151 ຫຼຽນ, ຄະນະ​ນັກ​ກິລາປະ​ເທດ​ເຈົ້າພາບ ສ.​ເກົາຫຼີ​ ຢືນອັນ​ດັບ​ທີ 2 ​ດ້ວຍຫຼຽນ​ຄຳ 79 ຫຼຽນ. ທີ່​ງານ​ມະ​ກາ​ກຳ​ກິລາ​ຄັ້ງນີ້, ຄະນະ​ນັກ​ກິລາ​ຫວຽດນາມ ຢືນອັນ​ດັບທີ 21 ​ໃນ​ຕາຕະລາງຈັດ​ອັນ​ດັບ​ຫຼຽນ ດ້ວຍ ​36 ຫຼຽນປະ​ເພດ​ຕ່າງໆ, ​ໃນ​ນັ້ນມີ​ຫຼຽນ​ຄຳ 1 ຫຼຽນ, ຫຼຽນ​ເງິນ 10 ຫຼຽນ ​ແລະ ຫຼຽນ​ທອງ 84./.

ຂ່າວ/ບົດ​ອື່ນ