ອັດງານມະໂຫລານຊາວໜຸ່ມສາກົນ ມິດຕະພາບ
(ພາບ:radiovietnam.vn)
(vovworld)- ວັນທີ 6/6, ງານມະໂຫລານຊາວໜຸ່ມສາກົນມິດຕະພາບ ຈັດຂຶ້ນຢູ່ແຂວງບິງເຟືອກ ໄດ້ອັດລົງ ພາຍຫຼັງດຳເນີນບັນດາການເຄືອນໄຫວທີ່ມີຄວາມໝາຍເປັນເວລາ 3 ວັນ. ງານມະໂຫລານມີການເຂົ້າຮ່ວມຂອງຜູ້ແທນ 179 ຄົນຊື່ງແມ່ນພະນັກງານຄະນະຊາວໜຸ່ມ, ພະນັກງານສະມາຄົມຊາວໜຸ່ມດີເດັ່ນຂອງບາງ ແຂວງຂອງປະເທດກຳປູເຈຍ, ລາວ ແລະ ແຂວງບິງເຟືອກ ຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີອັດ, ທ່ານຕົນຫງອກແຮ້ງ, ເລຂາຄະນະຊາວໜຸ່ມແຂວງບິງເຟືອກ ຢືນຢັນວ່າ: ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ, ຫວຽດນາມ-ກຳປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າທີ່ໄດ້ຮັບການສືບທອດຈາກລຸ້ນກ່ອນ. ການພົວພັນລະຫວ່າງບັນດາອົງການການເມືອງ-ສັງຄົມຂອງຫວຽດນາມ-ລາວ-ກຳປູເຈຍ ເວົ້າລວມ ແລະ ແຂວງບິງເຟືອກ ເວົ້າສະເພາະ ນັບມື້ນັບໄດ້ຮັບການເພີ່ມທະວີ, ປະກອບສ່ວນອັນແທດຈິງເພື່ອຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອສາມັກຄີ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງບັນດາທ້ອງຖິ່ນໃຫ້ນັບມື້ນັບພັດທະນາ.