ຊາວອົບພະຍົບຂ້າມຊາຍແດນ ອົດຕະລິດ- Slovenia
ພາບປະກອບ:TTXVN
|
(vovworld)-ລັດຖະບານປະເທດນີ້ຄາດວ່າຈະຍູ້ແຮງການເນລະເທດບັນດາຜູ້ທີ່ບໍ່ໄດ້ຮັບອະນຸຍາດຫລີ້ໄພ.ຕາມນັ້ນແລ້ວ ແຕ່ປີ 2016-2019, ແຕ່ລະປີ ອົດຕະລິດ ຈະເນລະເທດ 12.500 ຄົນ. ປີ 2015, ອົດຕະລິດ ໄດ້ເນລະເທດຊາວອົບພະຍົບ 8.365 ຄົນ ແລະ ພວມຜັນຂະຫຍາຍຫລາຍມາດຕະການເພື່ອບັນລຸຄາດໝາຍທີ່ວາງອອກ. ອົດຕະລິດ ກໍເພີ່ມທະວີຫລາຍຖ້ຽວບິນ ເພື່ອສົ່ງຊາວອົບພະຍົບຖືກເນລະເທດກັບຄືນເມືອປະເທດ. ສຳລັບຊາວອົບພະຍົບບໍ່ທັນຂໍຫລີ້ໄພໄດ້ ຖ້າຫາກຕົກລົງອອກຈາກ ອົດຕະລິດ, ລັດຖະບານຈະຫນູນຊ່ວຍເງິນສົດໃຫ້ເຂົາເຈົ້າຜູ້ລະ 500 ເອີໂຣ. ນອກນັ້ນ ອົດຕະລິດເພີ່ມທະວີບັນດາມາດຕະການສື່ສານກ່ຽວກັບຂໍ້ກຳນົດຊາວອົບພະຍົບ ແລະ ຫລີ້ໄພ ຂອງເອີລົບ.