(ພາບ: radiovietnam.vn)
(vovworld)-ຕອນບ່າຍວັນທີ 15/1, ວາລະປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງພາຍຫຼັງດຳເນີນການເຮັດວຽກແຕ່ວັນທີ 13-15/1. ກ່າວຄຳເຫັນອັດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຕີລາຄາສູງເລື່ອງບັນດາທ່ານສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ, ລັດຖະບັນຍັດເພື່ອໃຫ້ວາລະປະຊຸມປະສົບຜົນສຳເລັດ.
ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນເຂົ້າໃນຮ່າງລັດຖະບັນຍັດກ່ຽວກັບຂັ້ນຕອນ, ລະບຽບພິຈາລະນາ, ຕັດສີນການນຳໃຊ້ບັນດາມາດຕະການປັບໄໝລົງໂທດບໍລິຫານຢູ່ສານ ປຊຊ. ກ່ຽວກັບຊື່ເອີ້ນ, ຄະນະປະຈຳສະພາແຫ່ງຊາດ ເຫັນດີກັບຊື່ “ລັດຖະບັນຍັດກ່ຽວກັບຂັ້ນຕອນ, ລະບຽບພິລະນາ, ຕັດສິນ ບັນດາມາດຕະການປັບໄໝລົງໂທດບໍລິຫານຢູ່ສານ ປຊຊ“.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15/01 ພາຍໃຕ້ການຊີ້ນຳຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາມະຕິຕົກລົງກ່ຽວກັບແຜນຈັດແບ່ງພັນທະບັດລັດຖະບານເພີ່ມເຕີມ ໄລຍະ 2014-2016, ໃນນັ້ນ ສຸມໃສ່ບຸລິມະສິດໃຫ້ໄລຍະ 3 ຂອງໂຄງການກໍ່ສ້າງເສັ້ນທາງລາດຕະເວນເຂດຊາຍແດນໄລຍະ 2 ເພື່ອແນໃສ່ຊຸກຍູ້ພັດທະນາເສດຖະກິດສັງຄົມຢູ່ເຂດຊາຍແດນ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ. ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸງ ຊີ້ແຈ້ງວ່າ :
“ ເສັ້ນທາງລາດຕະເວນເຂດຊາຍແດນ ແມ່ນເນື້ອໃນທຳອິດຂອງມະຕິຕົກລົງຂອງສະພາແຫ່ງຊາດ ໃນການຈັດແບ່ງພັນທະບັດລັດຖະບານ. ເສັ້ນທາງລາດຕະເວນເຂດຊາຍແດນທາງທິດເໜືອແມ່ນໄດ້ສຳເລັດໂດຍພື້ນຖານ. ທິດຕາເວັນຕົກສ່ຽງໃຕ້ຍັງບໍ່ທັນສຳເລັດຕ້ອງສຸມໃສ່ຈັດຕັ້ງປະຕິບັດ. ມອບໃຫ້ກະຊວງປ້ອງກັນປະເທດເປັນເຈົ້າການໃນການຈັດຕັ້ງປະຕິບັດ. ຂ້າພະເຈົ້າສະເໜີໃຫ້ຄະນະປະຈຳຕ້ອງສະໜອງຈຳນວນເງິນຢ່າງໜ້ອຍສຸດແມ່ນ 1500 ຕື້ດົ່ງ”