(vovworld) – ວັນທີ 14/10, ອິດສຣາແອນ ເລີ່ມຕັ້ງດ່ານກວດກາຢູ່ບັນດາເຂດຂອງຊາວປາແລດສຕິນ ຢູ່ Jerusalem ຕາເວັນອອກ, ພ້ອມທັງຜັນຂະຫຍາຍພົນທະຫານຢູ່ບັນດາເສັ້ນທາງໃຫຍ່ ເພື່ອແນໃສ່ຮັບມືກັບກະແສຟອງບຸກໂຈມຕີທີ່ນັບມື້ນັບເພີ່ມທະວີຂຶ້ນ. ການກະທຳດັ່ງກ່າວຖືກດຳເນີນໄປ ພາຍຫຼັງຂໍ້ຕົກລົງຂອງຄະນະລັດຖະບານປ້ອງກັນຄວາມສະຫງົບປະເທດນີ້, ໃນສະພາບບັນດາການບຸກໂຈມຕີໃຊ້ຄວາມຮຸນແຮງກ່ອນນັ້ນ 1 ວັນ, ເຮັດໃຫ້ຊາວຢິວ 3 ຄົນເສຍຊີວິດ ຢູ່ Jerusalem. ກອງທັບອິດສຣາແອນ ໃຫ້ຮູ້ວ່າ, ເລື່ອງເພີ່ມທະວີບັນດາກົມກອງທະຫານແມ່ນເພື່ອແນໃສ່ໜູນຊ່ວຍກຳລັງຕຳຫຼວດຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສະກັດກັ້ນບັນດາການບຸກໂຈມຕີໃຊ້ຄວາມຮຸນແຮງ.