ອິດສຣາແອນ ປະຕິເສດ ຄຳສະເຫນີເຊື່ອມຕໍ່ການເຈລະຈາສັນຕິພາບ ກັບ ປາແລສະຕີນ

ອິດສຣາແອນ ປະຕິເສດ ຄຳສະເຫນີເຊື່ອມຕໍ່ການເຈລະຈາສັນຕິພາບ ກັບ  ປາແລສະຕີນ - ảnh 1
ປະທານາທິບໍດີ ປາ​ແລ​ສະຕີ​ນ Mahmoud Abbas ​
ພາບ:intetnet

(vovw​orld) - ທ່ານ Avigdor Lieberman ລັດຖະມົນຕີ​ການ​ຕ່າງປ​ະ​ເທດ ອິດ​ສຣາ​ແອນ ​ໄດ້​ປະຕິ​ເສດ​ບັນດາ​ຄຳ​ສະ​ເຫ​ນີຂອງ​ປະທານາທິບໍດີ ປາ​ແລ​ສະຕີ​ນ Mahmoud Abbas ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ, ພິ​ເສດ ​ແມ່ນ​ການ​ຢຸດຕິ​ການກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢິວ ຢູ່​ເຂດ​ດິນ​ຢືດຄອງ​ຂອງ ປາ​ແລ​ສຕີນ. ​ໃນ​ຂະນະ​ນັ້ນ, ອຳນາດ​ການ​ປົກຄອງ​​ແຫ່ງ​ຊາດ ປາ​ແລ​ສຕີ​ນ (PNA) ​ໄດ້​ນາບ​ຂູ່​ວ່າ ຈະ​ພິຈາລະນາ​ບັນດາ​ຂໍ້​ຕົກລົງ​ກັບ ອິດ​ສຮາ​ແອ​ນ ຄືນ​ໃຫມ່ ຖ້າ​ຫາກ Tel Aviv ບໍ່​ຕອບ​ຈົດໝາຍ​ທາງ​ການ​ທີ່​ກ່ຽວຂ້ອງ​ເຖິງ​ວິວັດທະນາ​ການ​ສັນຕິພາບ ​ໂດຍ​ອຳນາດ​ການ​ປົກຄອງ​​ແຫ່ງ​ຊາດ ປາ​ແລ​ສຕີນ ສົ່ງ​ເຖິງອິດສຣາ​ແອ​ນ. ​ໃນ​ຈົດໝາຍ, ປະທານາທິບໍດີ Mahmoud Abbas ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ຮຽກຮ້ອງ​ໃຫ້​ຝ່າຍ ອິດ​ສຮາ​ແອນ ຈົ່ງ​ຢຸດຕິ ການ​ກໍ່ສ້າງ​ເຂດ​ຊາວ​ຢິວ ຊື່​ງລວມມີ Jeruxalem ຕາ​ເວັນ​ອອກ, ຮັບ​ຮູ້​ຫລັກການ​ມາດ​ຕະການ​ສອງ​ລັດ ຕາມ​ເສັ້ນ​ຊາຍ​ແດນ​ປີ 1967 ​ແລະ ປ່ອຍ​ຕົວ​ນັກ​ໂທດ ປາ​ແລ​ສຕີນ. ຈົດໝາຍ​ສະບັບ​ດັ່ງກ່າວ ກໍ​ກ່າວ​ເຕືອນ​ວ່າ ປາ​ແລ​ສຕີນ ຈະ​ເຊື່ອມ​ຕໍ່​ບັນດາ​ຄວາ​ມານະ​ພະຍາຍາມ​ພຽງ​ຝ່າຍ​ດຽວ ​ເພື່ອ​ໃຫ້ ສປຊ ຮັບ​ຮູ້​ລັດ    ປາ​​ແລ​ສຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ