ອົດສະຕາລີປາດຖະຫນາຢາກເປີດກວ້າງແລະເຮັດໃຫ້ການພົວພັນກັບອາຊຽນເລິກເຊິ່ງກວ່າ

ອົດສະຕາລີປາດຖະຫນາຢາກເປີດກວ້າງແລະເຮັດໃຫ້ການພົວພັນກັບອາຊຽນເລິກເຊິ່ງກວ່າ - ảnh 1


(vovworld)- ວັນ​ທີ 30/5, ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຄູ່​ເຈລະຈາ ອົດ​ສະ​ຕາ​ລີ -ອາ​ຊຽນ, ສະຖານທູດ ອົດ​ສະ​ຕາ​ລີ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ພົວພັນ​ລະຫວ່າງ ອົດ​ສະ​ຕາ​ລີ - ອາຊຽນ” ​ໃນ​ການ​ຫັນປ່ຽນ​ຂອງ ອາຊີ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ອຸປະ​ທູດ​ຊົ່ວຄາວ ສະຖານທູດ​ອົດ​ສະ​ຕາ​ລີ, ທ່ານ​ນາງ Nadia Krivetz ຢືນຢັນ​ວ່າ: ປະຈຸ​ບັນ ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​​ໃຫຍ່​ສຸດ​ຂອງ​ອົດ​ສະ​ຕາ​ລີ. ອົດ​ສະ​ຕາ​ລີ ປາດ​ຖະຫນາ​ຢາກ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ກັບ​ບັນດາ​ປະ​ເທດ​​​ອາ​ຊຽນ​ໃຫ້​ເລິກ​ເຊິ່ງກວ່າ​ໃນ​ອະນາຄົດ ນັບ​ທັງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​, ​ເສດຖະກິດ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ, ທ່ານ​ນາງ Nadia Krivetz ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ, ບໍ່​ໃຫ້​ເກີດ​ການ​ກະທຳ​ເກາະ​ຜິດ​ຕື່ມ​ອີກ ​ແລະ ຄວນ​ມີ​ມາດ​ຕະການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫລຸດ​ລົງ. ອົດ​ສະ​ຕາ​ລີ ສົ່ງ​ເສີມ​ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ບັນລຸ​ຄວາມ​ຄືບ​ຫນ້າ​ໃນ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​​ຂອງ​ບັນດາ​ຝ່າຍ​ໃຫ້​ແກ່​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ