(VOVWORLD) - ລັດຖະບານສະຫະພັນ ຕັດສິນໃຈສ້າງຕັ້ງລະບົບປ້ອງກັນລູກສອນໄຟເທິງທະເລ.
ນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbul
(ພາບ:EPA/TTXVN)
|
ວັນທີ 3 ຕຸລາ, ກ່າວຄຳເຫັນທີ່ງານວາງສະແດງການເດີນເຮືອ ແລະ ທະຫານເຮືອ ປາຊີຟິກ 2017 ຢູ່ນະຄອນ Sydney, ລັດ New South Wales, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ໃຫ້ຮູ້ວ່າ: ລັດຖະບານສະຫະພັນ ຕັດສິນໃຈສ້າງຕັ້ງລະບົບປ້ອງກັນລູກສອນໄຟເທິງທະເລ. ຂໍ້ຕົກລົງນີ້ໄດ້ຍົກອອກມາໃນສະພາບໄພນາບຂູ່ຈາກລູກສອນໄຟນຳວິຖີຂ້າມທະວີບຂອງ ສປປ ເກົາຫຼີ ຕໍ່ຄວາມໝັ້ນຄົງແຫ່ງຊາດ ອົດສະຕາລີ ນັບມື້ນັບເພີ່ມຂຶ້ນ. ບັນດາກ່ຳປັ່ນລຳໃໝ່ຂອງ ອົດສະຕາລີ ຈະໄດ້ປະກອບເຕັກໂນໂລຢີ ປ້ອງກັນລູກສອນໄຟກ້າວໜ້າທີ່ສຸດໃນປະຈຸບັນ, ມີຄວາມສາມາດຍິງຕົກລູກສອນໄຟໄລຍະໄກ. ພົນເຮືອໂທ Tim Barrett, ຜູ້ບັນຊາການທະຫານເຮືອ ອົດສະຕາລີ ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ ຈະຊ່ວຍຍົກສູງບົດບາດຂອງທະຫານເຮືອ ອົດສະຕາລີ ໃນມະຫາສະໝຸດ ອິນເດຍ - ປາຊີຟິກ.