ອິດສະຣາແອນຕໍ່ກຳນົດເວລາຄຳສັ່ງຢຸດຍິງຕື່ມອີກ 24 ຊົ່ວໂມງ
ເຂດກາຊາ, ພາຍຫຼັງຖືກອິດສະຣາແອນບຸກໂຈມຕີທາງອາກາດ
(ພາບ:AFP)
|
(vovworld)- ວັນທີ 26/7, ອິດສະຣາແອນໄດ້ຕົກລົງແກ່ຍາວຄຳສັ່ງຢຸດຍິງໂດຍມະນຸດສະທຳຕາມຂໍ້ສະເໜີຂອງສະຫະປະຊາຊາດຕື່ມອີກ 24 ຊົ່ວໂມງ. ເຈົ້າໜ້າທີ່ທ່ານໜຶ່ງຂອງ ອິດສະຣາແອນໃຫ້ຮູ້ວ່າ ຄຳສັ່ງຢຸດຍິງຈະແກ່ຍາວຮອດເວລາ 24 ໂມງຂອງວັນທີ 27/7 (ຕາມເວລາທ້ອງຖິ່ນ) ແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວໂດຍມະນຸດສະທຳຢູ່ເຂດກາຊາ. ແຕ່ວົງການເຈົ້າໜ້າທີ່ຂອງ ອິດສະຣາແອນຢືນຢັນວ່າ ກອງທັບຂອງປະເທດນີ້ຈະກະທຳເພື່ອຕອບໂຕ້ທຸກໆການກະທຳລະເມີດ ຄຳສັ່ງຢຸດຍິງ ແລະ ສືບຕໍ່ສະກັດກັ້ນການເຄື່ອນໄຫວຢູ່ທາງໃຕ້ດິນໃນເຂດກາຊາ. ຄະນະລັດຖະບານ ອິດສະຣາແອນໄດ້ໂຮມປະຊຸມຄັ້ງໃໝ່ໃນວັນທີ 27/7 ເພື່ອປຶກສາຫາລືບັນດາບາດກ້າວເດີນຕໍ່ໄປ.
ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາໃນສະພາວະທີ່ບັນດາມືປືນ ປາແລັດສຕິນຢູ່ເຂດກາຊາສືບຕໍ່ຍິງລູກຈະຫຼວດໃສ່ເຂດດິນແດນ ອິດສະຣາແອນພາຍຫຼັງທີ່ສັນຍາຢຸດຍິງ ໂດຍມະນຸດສະທຳ(ໃນ 12 ຊົ່ວໂມງ) ກ່ອນນັ້ນ ສິ້ນສຸດລົງ. ກຸ່ມຮາມາດຖະແຫຼງວ່າ ກຸ່ມນີ້ປະຕິເສດການຕໍ່ກຳນົດເວລາສັນຍາຢຸດຍິງໂດຍມະນຸດສະທຳ ເພາະບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງກຸ່ມຮາມາດ.