ອິດສະຣາແອນນາບຂູ່ບຸກໂຈມຕີຊີຣີ ຖ້າຫາກ Damascus ອະນຸຍາດໃຫ້ອີຣານ ຕັ້ງຖານທີ່ໝັ້ນການທະຫານ

(VOVWORLD) -ວັນທີ 04 ທັນວາ, ໜັງສືພິມ World Street ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ອິດສະຣາແອນ ໃຫ້ຮູ້ວ່າ, ນາຍົກລັດຖະມົນຕີປະເທດນີ້ທ່ານ Benjamin Netanyahu ນາບຂູ່ທ່ານປະທານາທິບໍດີຊີຣີ Bashar Al Assad ວ່າ, ອິດສະຣານແອນ ຈະບຸກໂຈມຕີຊີຣີ ຖ້າຫາກ  Damascus ອະນຸຍາດໃຫ້ອີຣານ ສ້າງຕັ້ງຖານທີ່ໝັ້ນການທະຫານຢູ່ປະເທດອາຣັບ ນີ້.

ອິດສະຣາແອນນາບຂູ່ບຸກໂຈມຕີຊີຣີ ຖ້າຫາກ Damascus ອະນຸຍາດໃຫ້ອີຣານ ຕັ້ງຖານທີ່ໝັ້ນການທະຫານ - ảnh 1ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu

(ພາບປະກອບ: TTXVN)

ຕາມໜັງສື່ພິມດັ່ງກ່າວແລ້ວ, ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ Netanyahu ໄດ້ຝາກຈົດໝາຍໃຫ້ການນຳຊີຣີ ເພື່ອຍົກອອກຄຳນາບຂູ່ດັ່ງກ່າວ. ເຖິງຢາງໃດກໍ່ຕາມ, ຈົດໝາຍດັ່ງກ່າວໄດ້ສົ່ງເຖິງທ່ານ Assad ກ່ອນວັນທີ 02 ທັນວາ, ເມື່ອມີສຳນັກຂ່າວສານບາງແຫ່ງໄດ້ໃຫ້ຂ່າວວ່າ ເຂດຖານທີ່ໝັ້ນການທະຫານໂດຍອີຣານ ຄວບຄຸມຢູ່ຕັ້ງໃກ້ກັບ Damascus ທີ່ຖືກບຸກໂຈມຕີ ເຊິ່ງສົງໄສວ່າໂດຍແມ່ນອິດສະຣາແອນ ປະຕິບັດ. ຄະນະການນຳຂອງອິດສະຣາແອນ, ລວມທັງນາຍົກລັດຖະມົນຕີ Netanyahu ກໍຄືເຈົ້າໜ້າທີ່ຢູ່ Damascus, ຍັງບໍ່ທັນຍົກຄຳວິຈານອອກມາໃດກ່ຽວກັບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ