ອິດສະຣາແອນບໍ່ເຂົ້າຮ່ວມກອງປະຊຸມສັນຕິພາບຕາເວັນອອກກາງຢູ່ຝຮັ່ງ

ອິດສະຣາແອນບໍ່ເຂົ້າຮ່ວມກອງປະຊຸມສັນຕິພາບຕາເວັນອອກກາງຢູ່ຝຮັ່ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu

(vovworld) - ວັນ​ທີ 12/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ຕຳ​ນິ​ຕິ​ຕຽນ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ, ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ທ້າຍ​ອາ​ທິດນີ້​ຢູ່​ນະ​ຄອນຫຼວງ ປາ​ຣີ (ປະ​ເທດ ຝ​ຣັ່ງ), ພ້ອມ​ທັງ​ປະ​ກາດ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມນີ້. ກ່າ​ວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນອກ​ແວ Borge Brende, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຖື​ວ່າ ກອງ​ປະ​ຊຸມນີ້​ໂດຍ ປາ​ແລດ​ສະ​ຕີນ ພ້ອມ​ກັບ​ການ​ໜ​ູນ​ຊ່ວຍ​ຂອງ ຝ​ຮັ່ງ ສ້າງ​ຂຶ້ນ​ເພື່ອ​ແນ​ໃສ່​ປັບ​ປຸງຫຼັກ​ໝັ້ນ​ຕ​້ານ ອິດ​ສະ​ຣາ​ແອນ. ຕາມ​ທ່ານ Netanyahu ແລ້ວ, ກອງ​ປະ​ຊຸມ​ຈະ​ບໍ່ “ບັງ​ຄັບ” ສຳ​ລັບ ອິດ​ສະ​ຣາ​ແອນ, ຖື​ວ່າ ນີ້​ແມ່ນ “ມໍ​ລະ​ດົກ​ຂອງ​ອະ​ດິດ​ຕະ​ການ”.

        ຕາມ​ແຜນ​ການ​ແລ້ວ, ກອງ​ປະ​ຊຸມ​ສັນ​ຕິ​ພາຍຢູ່​ຕາ​ເວັນ​ອອກ​ກາງ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 15/1 ຈະ​ມາ​ເຖິງ, ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ 70 ປະ​ເທດ ເພື່ອ​ຊອກ​ຫາ​ວິ​ທີ​ຟື້ນ​ຟູວິ​ວັດທະ​ນາ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ອິດ​ສະ​ຣາ​ແອນ - ປາ​ແລດ​ສະ​ຕີນ ທີ່​ຖືກ​ໂຈະ​ໄວ້​ນັບ​ແຕ່​ເມື່ອ​ຂໍ້​ລິ​ເລີ່ມ​ໂດຍ ອາ​ເມ​ລິ​ກາ ສະ​ເໜີ​ຖືກ​ລົ້ມ​​ເຫຼວ​ເມື່ອ​ເດືອນ 4/2014.


ຂ່າວ/ບົດ​ອື່ນ