ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu |
(vovworld) - ໃນການປະຊຸມກັບກຸ່ມນັກເຄື່ອນໄຫວເມື່ອວັນທີ 1 ກັນຍາ , ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ປະກາດວ່າພ້ອມທີ່ຈະເຈລະຈາໂດຍກົງກັບປະທານາທິບໍດີ ປາແລສຕິນ ທ່ານ Mahmoud Abbas ເພື່ອປຶກສາຫາລືມາດຕະການແກ້ໄຂໂດຍຄົງຕົວສອງລັດຢ່າງບໍ່ມີເງື່ອນໄຂ. ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໃຫ້ຮູ້ຕື່ມອີກວ່າ ທ່ານຍັງຮັກສາຄຳໝັນສັນຍາສຳລັບມາດຕະການແກ້ໄຂໂດຍຄົງຕົວສອງລັດ, ໃນນັ້ນມີລັດ ປາແລສຕິນ ປອດການທະຫານໃນອະນາຄົດ ຈະຍອມຮັບ ອິດສະຣາແອນແມ່ນລັດຂອງຊາວຢິວ.