(vovworld) - ກ່າວຄຳຫັນທີ່ກອງປະຊຸມລັດຖະບານປະຈຳອາທິດ ໃນວັນທີ 22/05, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Neranyahu ຖະແຫຼງວ່າ, ລັດຖະບານພັນທະມິດເປີດກວ້າງ ຈະອະນຸດຍາດໃຫ້ອິດສະຣາແອນ ປະຕິບັດວິວັດທະນາການສັນຕິພາບກັບປາແລດສະຕິນ ດ້ວຍການໜູນຊ່ວຍຂອງບັນດາປະເທດໃນພາກພື້ນ. ທ່ານນາຍົກລັດຖະມົນຕີ Benjamin Neranyahu ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງການຜັນແປດ້ານການເມືອງຢູ່ອິດສະຣາແອນ ເມື່ອມີແຈ້ງການແຜນການລົງນາມໃນຂໍ້ຕົກລົງຮ່ວມສຳພັນກັບພັກ Yisrael Beytenu ຂອງທ່ານອະດີດລັດຖະມົນຕີການຕ່າງປະເທດ Avigdor Liberman ເປັນເວລາ 1 ສັບປະດາ. ເລື່ອງລົງນາມໃນຂໍ້ຕົກລົງຮ່ວມສຳພັນກັບພັກ Yisrael Beytenu ຈະຊ່ວຍໃຫ້ລັດຖະບານ ຍົກຈຳນວນທີ່ນັ່ງໃນສະພາແຫ່ງຊາດ ຈາກອັດຕາສ່ວນ 61 ຂຶ້ນ 66 ໃນຈຳນວນ 120 ທີ່ນັ່ງ.