ອິດສະຣາແອນໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່Jelusalem ຕາເວັນອອກ
ອິດສະຣາແອນມີການກໍ່ສ້າງເຮືອນຢູ່ 381 ຫລັງ ຢູ່ ເຂດ Givat Zeev
ພາບປະກອບ:internet
|
(vovworld) - ຕາມນັ້ນແລ້ວ, ອິດສະຣາແອນມີການກໍ່ສ້າງເຮືອນຢູ່ 381 ຫລັງ ຢູ່ ເຂດ Givat Zeev ຂຶ້ນກັບ Jelusalem ຕາເວັນອອກ, ຊື່ງແມ່ນເຂດທີ່ ອິດສະຣາແອນໄດ້ໂຮມເຂົ້າເປັນຫນຶ່ງດຽວຢ່າງຜິດກົດໝາຍພາຍຫລັງສົງຄາມປີ 1967. ນີ້ແມ່ນຄັ້ງທີ 3 ລັດຖະບານ ອິດສະຣາແອນ ໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນໃຫມ່ຕື່ມອີກ ນັບແຕ່ເມື່ອປ່ອຍນັກໂທດຊາວ ປາແລດສະຕິນ ຄັ້ງຫລ້າສຸດໃນເດືອນ 12/2013. ກອ່ນຫນ້ານັ້ນ ວັນທີ 6/1 ຜ່ານມາ, ອິດສະຣາແອນ ໄດ້ໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນຢູ່ກວ່າ 270 ຫລັງ ຢູ່ ຝັງຕາເວັນຕົກແມ່ນຳ້ຈໍແດນ ແລະ ວັນທີ 10/1 ພັດປະກາດແຜນການກໍ່ສ້າງເຮືອນຢູ່ ຕື່ມອີກ 1.800 ຫລັງ ຢູ່ ຝັງຕາເວັນຕົກແມ່ນຳ້ຈໍແດນ ແລະ Jelusalem ຕາເວັນອອກ. ຕໍ່ຫນ້າສະພາບການດັ່ງກ່າວ, ປະທານາທິບໍດີ ປາແລດສະຕີນ Mahmud Abbas ໄດ້ກ່າວເຕືອນ ອິດສະຣາແອນ ພວມສວຍໃຊ້ບັນດາການເຈລະຈາໂດຍສັນຕິເພື່ອເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັງຕາເວັນຕົກແມ່ນຳ້ຈໍແດນ ໂດຍບໍ່ຫົວຊາຕໍ່ການຕຳນິຕິຕຽນຂອງສາກົນ.