ອິດສະຣາແອນ ຕົກລົງປ່ອຍຕົວ ນັກໂທດ ປາແລດສະຕີນ

ອິດສະຣາແອນ ຕົກລົງປ່ອຍຕົວ ນັກໂທດ ປາແລດສະຕີນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 20/7, ລັດຖະມົນຕີ​ບັນດາ​ບັນຫາ​ສາກົນ ອິດສະຣາ​ແອນ ທ່ານ Yuval Steinitz ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ປ່ອຍ​ຕົວນັກ​​ໂທ​ດ ປາ​ແລດ​ສະຕີ​ນ ຈຳນວນ​ໜຶ່ງ. ກ່າວ​ຄຳ​ເຫັນ​ທາງ​ວິທະຍຸ​ກະຈາຍສຽງ​ສາທາລະນະ, ທ່ານ Steinitz ບໍ່​ໄດ້​ຍົກ​ອອກ​ຈຳນວນ ​ແລະ ສະຖານ​ທີ່​​ປ່ອຍ​ຕົວ​ບັນດາ​ນັກ​ໂທດຢ່າງ​ລະອຽດ, ​ແຕ່​ໃຫ້​ຮູ້​ວ່າ ​ໃນ​ຈຳນວນ​ນັກ​ໂທດ​ໄດ້​ຮັບ​ການ​ປ່ອຍ​ຕົວ​ນັ້ນ ມີ​ບາງຄົນ​ໄດ້​ຖືກກັກ​ຂັງ​ເຖິງ 30 ປີ​ແລ້ວ.

    ກ່ອນ​ໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກໍ່​ປະກາດ​ວ່າ: ອິດສະຣາ​ແອນ ​ແລະ ​ປາ​ແລດ​ສະຕີ​ນ ​ໄດ້​ຕົກລົງ​ເຊື່ອມ​ຕໍ່ການ​ເຈລະຈາ​ໂດຍ​ສັນຕິ​ພາຍຫຼັງ​ຖືກ​ຢຸດ​ຕິມາ​ເປັນ​ເວລາ​ເກືອບ​ 3 ປີ.

ຂ່າວ/ບົດ​ອື່ນ