ພາບ: Internet
|
(vovworld) - ຄວາມເຄັ່ງຕຶງ ລະຫວ່າງ ອິດສະຣາແອນ ແລະ ເຂດ Gaza ສືບຕໍ່ປີ້ນຂັ້ນໄດ ເມື່ອ ອິດສະຣາແອນ ດຳເນີນບັນດາເຫດບຸກໂຈມຕີທາງອາກາດຄັ້ງໃຫມ່. ຕອນເຊົ້າວັນທີ 18/11, ເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃສ່ສຳນັກງານຊ່ອງໂທລະພາບ al Quds ຊື່ງເຮັດໃຫ້ນັກຂ່າວ 6 ຄົນຖືກບາດເຈັບ. ກອງທັບ ອິດສະຣາແອນ ຍອມຮັບວ່າໄດ້ບຸກໂຈມຕີໃສ່ສຳນັກງານຂອງຊ່ອງໂທລະພາບດັ່ງກ່າວ ແລະ ຫລັງຈາກນັ້ນຍັງດຳເນີນບັ້ນບຸກໂຈມຕີຄັ້ງໃຫມ່ຕື່ມອີກ. ໃນຂະນະນັ້ນ, ລັດຖະມົນຕີບັນດາປະເທດສະມາຊິກ ສະຫະພັນ ອາຣັບ ໄດ້ຈັດກອງປະຊຸມດ່ວນຢູ່ນະຄອນຫລວງ Cairo ຂອງ ອີຢີບ ໃນວັນທີ 17/11 ເພື່ອປຶກສາຫາລືກ່ຽວກັບສະພາບການໃຊ້ຄວາມຮຸນແຮງພວມປີນຂັ້ນໄດຢູ່ເຂດ Gaza.