(vovworld) - ອິດສະຣາແອນ ແລະ ບັນດາປະເທດ ເອີລົບ ເຊິ່ງລວມມີ: ອີຕາລີ, ເກຼັກ ແລະ ໄຊປັຣດ ເຫັນດີກ່ຽວກັບແຜນການກໍ່ສ້າງທໍ່ສົ່ງອາຍແກັດໃຕ້ທະເລຍາວສຸດໃນໂລກ, ຈາກເຂດທາງທິດຕາເວັນອອກຂອງທະເລ ເມດີເຕຣາເນ ເຖິງເຂດທາງທິດໃຕ້ຂອງເອີລົບ. ນີ້ໄດ້ຮັບຖືວ່າແມ່ນໂຄງການເຕັມໄປດ້ວຍຄວາມໝັກໃຫຍ່ໄຝ່ສູງ ເພື່ອແນໃສ່ແກ້ໄຂສະພາບການຂາດແຄນອາຍແກັດໃນລະດູໜາວຢູ່ເອີລົບ ແລະ ຫລຸດຜ່ອນການອີງໃສ່ແຫຼ່ງອາຍແກັດຈາກ ລັດເຊຍ. ຖະແຫຼງການນີ້ໄດ້ຍົກອອກມາທີ່ການປະຊຸມຂ່າວຮ່ວມຢູ່ນະຄອນ Tel Aviv ໃນວັນທີ 3/4 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງພະລັງງານ 4 ປະເທດດັ່ງກ່າວ ແລະ ທ່ານ Miguel Arias Canete, ກຳມະການຮັບຜິດຊອບບັນຫາການກະທຳດ້ານດິນຟ້າອາກາດ ແລະ ພະລັງງານຂອງສະຫະພາບເອີລົບ.