ອິດສະຣາແອນ ແລະ ປາແລດສຕິນ ຈະເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ໃນອາທິດໜ້າ
ການເຈລະຈາລະຫວ່າງອິດສະຣາແອນ ແລະ ປາແລດສຕິນ ຢູ່ອາເມລິກາ (ພາບ : Reuters)
|
Vovworld- ວັນທີ 8/8, ກະຊວງການຕ່າງປະເທດອາເມລິກາໄດ້ຖະແຫຼງວ່າ ບັນດາການເຈລະຈາກ່ຽວກັບ ສັນຕິພາບຢູ່ຕາເວັນອອກກາງຈະຖືກເຊື່ອມຕໍ່ຄືນ ໃໝ່ໃນອາທິດໜ້າ ແລະ ຈະຖືກສືບຕໍ່ດຳເນີນດ້ວຍກອງປະຊຸມອື່ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ບັນດາການເຈລະຈາຄັ້ງຫຼ້າສຸດນີ້ ຖືກຈັດຂຶ້ນໃນທ້າຍເດືອນ 7 ທີ່ຜ່ານມາຢູ່ອາເມລິກາ ໂດຍພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ພາຍຫຼັງຖືກຢຸດສະງັກມາເປັນເວລາເກືອບ 3 ປີ. ສິ້ນສຸດການເຈລະຈາຄັ້ງທຳອິດ, ທ່ານ Tzipi Livni ລັດຖະມົນຕີ ທັງເປັນຫົວໜ້າຄະນະນັກເຈລະຈາ ອິດສະຣາແອນ ໄດ້ແຈ້ງໃຫ້ຊາບວ່າ 2 ຝ່າຍໄດ້ເປັນເອກະສັນກັນ ຈັດຕັ້ງບັນດາການປຶກສາຫາລືໂດຍຜັດປ່ຽນຢູ່ ອິດສະຣາແອນ ແລະ ບັນດາເຂດດິນແດນໂດຍພາຍໃຕ້ການຄວບຄຸມຂອງອຳນາດການປົກຄອງ ປາແລດສຕິນ.
ຄຳປະກາດຂອງກະຊວງການຕ່າງປະເທດອາເມລິກາ ຖືກຍົກອອກມາໃນສະພາບການທີ່ ອິດສະຣາແອນ ຫາກໍອະນຸມັດຜ່ານການກໍ່ສ້າງເຮືອນກ່ວາ 800 ຫຼັງຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວຢູ່ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ອາເມລິກາ ຢືນຢັນວ່າ ອາເມລິກາ ບໍ່ຍອມຮັບລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ ແລະ ຄັດຄ້ານທຸກຂໍ້ລິເລີ່ມ ແນໃສ່ຫັນເຮືອນຫຼັງຕ່າງໆຢູ່ເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍໃຫ້ເປັນ ຖືກຕ້ອງຕາມກົດໝາຍ.