ອິດສະລາແອັນ ແລະ ເອຢິບ ລົງນາມຂໍ້ຕົກລົງການປ້ອງກັນຊາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ

(VOVWORLD) - ທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງນີ້ຈະຊ່ວຍຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ ແລະ ຊຸກຍູ້ພື້ນຖານເສດຖະກິດ ຂອງ ອິດສະລາແອັນ ແລະ ເອຢິບ, ຈາກນັ້ນເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດປ້ອງກັນຊາດ, ເສດຖະກິດ ແລະ ການເມືອງເລິກເຊິ່ງກ່ວາອີກ.
ອິດສະລາແອັນ ແລະ ເອຢິບ ລົງນາມຂໍ້ຕົກລົງການປ້ອງກັນຊາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ - ảnh 1ເຮຶອບິນຝຶກແອບ  M-346 (ພາບ: Reuters)

ວັນທີ 18 ເມສາ, ກະຊວງປ້ອງກັນປະເທດອິດສະລາແອັນ ໃຫ້ຮູ້ວ່າ ປະເທດນີ້ ແລະ ເອຢິບ ໄດ້ລົງນາມໃນຂໍ້ຕົກລົງຊື້ປະກອບໃນຂົງເຂດການທະຫານໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ລະຫວ່າງສອງຝ່າຍ. ຕາມແຈ້ງການແລ້ວ, ຂໍ້ຕົກລົງລວມມີສັນຍາກໍ່ສ້າງ ແລະ ນຳເຂົ້າສູ່ເຄື່ອນໄຫວສຳລັບໂຮງຮຽນຝຶກແອບການບິນໃຫ້ແກ່ກຳລັງທະຫານບິນ ເອຢິບ ໃນເວລາ 22 ປີ ດ້ວຍມູນຄ່າ 1,65 ຕື້ USD. ໂຮງຮຽນຝຶກແອບການບິນນີ້ໂດຍກຸ່ມບໍລິສັດອຸດສາຫະກຳການທະຫານ Elbit Systems ຂອງ ອິດສະລາແອັນ ສ້າງຕັ້ງ ແລະ ເຄື່ອນໄຫວຕາມຮູບການຂອງໂຮງຮຽນຝຶກແອບການບິນຂອງປະເທດ ຕາເວັນອອກກາງ. ສັນຍານີ້ກໍ່ແມ່ນສ່ວນໜຶ່ງໃນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ເອຢິບ ແລະ ອິດສະລາແອັນ, ໂດຍລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດລົງນາມ ແລະ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ເອຢິບ.

        ທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງນີ້ຈະຊ່ວຍຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ ແລະ ຊຸກຍູ້ພື້ນຖານເສດຖະກິດ ຂອງ ອິດສະລາແອັນ ແລະ ເອຢິບ, ຈາກນັ້ນເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດປ້ອງກັນຊາດ, ເສດຖະກິດ ແລະ ການເມືອງເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ