ອັດເວທີປາໄສເສດຖະກິດໂລກຢູ່Davosປີ2017
ບັນດາຜູ້ແທນເຂົ້າຮ່ວມເວທີປ່າໄສເສດຖະກິດໂລກ
|
(vovworld)- ຮຸ່ງເຊົ້າວັນທີ 21/1 ຕາມເວລາຫວຽດນາມ, ທີ່ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກປີ 2017 ໄດ້ອັດລົງຢູ່ Davos ປະເທດ ສະວິດ ພາຍຫລັງເຮັດວຽກມາເປັນເວລາ 4 ວັນ ດ້ວຍວາລະປຶກສາຫາລືນັບຮ້ອຍໆຄັ້ງ. ໃນມື້ສຸດທ້າຍຂອງເວທີປາໄສ, ມີຫລາຍຄຳເຫັນໄດ້ເຕື້ອງເຖິງລັກສະນະປະສິດທິຜົນຂອງອຳນາດການປົກຄອງໃຫມ່ ຢູ່ ອາເມລິກາ. ການນຳ Serbia, Croatia ແລະ ຕວກກີມີຄວາມຫວັງກ່ຽວກັບສາຍພົວພັນອັນດີງາມຕໍ່ອຳນາດການປົກຄອງໃຫມ່ຂອງ ອາເມລິກາ . ທ່ານ Andrei Plenkovic, ນາຍົກລັດຖະມົນຕີ Croatia ມີຄວາມເຊື່ອໝັ້ນວ່າ ອາເມລິກາ ຈະສືບຕໍ່ແມ່ນປະເທດສຳຄັນໃນທົ່ວໂລກ ແລະ ແມ່ນຄູ່ຮ່ວມມືມີຄວາມຮັບຜິດຊອບໃນບັນດາການພົວພັນສາກົນ. ສ່ວນຄູ່ຕຳແຫນ່ງຕວກກີ, ທ່ານ Binali Yildirim ຫວັງວ່າ Ankara ແລະ ວໍຊິງຕັນ ຈະມີການໂອ້ລົມສົນທະນາຫລາຍຄັ້ງຕື່ມອີກ ທີ່ມີລັກສະນະສ້າງສັນໃນຫລາຍບັນຫາ, ໃນນັ້ນ ມີສະພາບການຢູ່ຕາເວັນອອກກາງ ແລະ ຫລາຍບັນຫາຮ້ອນເຮັ່ງອື່ນ. ແລະໃນມື້ສຸດທ້າຍຂອງເວທີປາໄສດັ່ງກ່າວ, ມີຫລາຍບັນຫາຮ້ອນເຮັ່ງອື່ນຖືກຍົກອອກມາປືກສາຫາລື.