ອັດ Festival ມໍລະດົກ ກວາງນາມ ຄັ້ງທີ 6 -2017

(VOVWORLD) - ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ສະໜາມຫຼວງ ຊົງຮ່ວາຍ, ນະຄອນໂຫ້ຍອານ, ແຂວງ ກວາງນາມ ໄດ້ຈັດຕັ້ງພິທີອັດ Festival  ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017. 
ອັດ Festival ມໍລະດົກ ກວາງນາມ ຄັ້ງທີ 6 -2017 - ảnh 1 ພິທີອັດ Festival  ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017. 

ດ້ວຍຫົວຂໍ້ວ່າ: “ຂະບວນການເຊື່ອມຕໍ່ມໍລະດົກ”, Festival  ກວາງນາມ ປີ 2017 ມີການເຂົ້າຮ່ວມຂອງຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ນັກສິລະປິນ, ນັກສິລະປະການ, ນັກກິລາ, ບັນດານັກວິທະຍາສາດ, ນັກຄົ້ນຄ້ວານັບພັນຄົນທີ່ມາຈາກ 33 ປະເທດ, ເຂດແຄ້ວນໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ເນັ້ນໜັກວ່າ:

        “Festival ໄດ້ປະກອບສ່ວນໂຄສະນາ, ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ກໍ່ຄືເຂດດິນແດນ ແລະ ປະຊາຊົນກວາງນາມ ທີ່ພິລະອາດຫານ, ສະໜິດສະໜົມ, ຮັກແພງແຂກຄົນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ. ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ, ແຂວງ ກວາງນາມ ຄວນສືບຕໍ່ຮັກສາ, ເສີມຂະຫຍາຍເຄື່ອງໝາຍການຄ້າ Festival ມໍລະດົກ ກວາງນາມ, ຄົ້ນຄ້ວາ, ຈັດຕັ້ງຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ແທດຈິງກ່ວາອີກ, ດຶງດູດແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດລົງທຶນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.”

ຕອບກັບ

ຂ່າວ/ບົດ​ອື່ນ