ທ່ານອະດີດນາຍົກລັດຖະມົນຕີ ອີຕາລີ Silvio Berlusconi
(ພາບ: BBC)
|
(vovworld) – ວັນທີ 8/7, ທ່ານອະດີດນາຍົກລັດຖະມົນຕີ ອີຕາລີ Silvio Berlusconi ຖືກສານນະຄອນ Napoli ຕັດສິນລົງໂທດຈຳຄຸກ 3 ປີຍ້ອນໂທດໃຫ້ສິນບົນສະມາຊິກສະພາແຫ່ງຊາດພັກຝ່າຍຄ້ານສະໜັບສະໜູນຝ່າຍຕົນ, ເພື່ອເຮັດໃຫ້ລັດຖະບານຂອງທ່ານນາຍົກລັດຖະມົນຕີ Romano Prodi ພັງທະລາຍເມື່ອປີ 2008. ກ່ອນໜ້ານັ້ນ, ອົງການໄອຍະການ Napoli ໄດ້ສະເໜີການຕັດສິນລົງໂທດໃນລະດັບສູງສຸດສຳລັບໂທດໃຫ້ສິນບົນແມ່ນ 5 ປີແກ່ທ່ານ Berluconi, ຜູ້ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ 3 ສະໄໝ ແລະ ຫາກໍສິ້ນສຸດໄລຍະໜຶ່ງປີທີ່ອອກແຮງງານເພື່ອປະໂຫຍດສ່ວນລວມຍ້ອນຄະດີອື່ນທີ່ກ່ຽວຂ້ອງເຖິງໂທດສໍ້ໂກງບັນດາ ບິນການເງິນ ແລະ ໜີພາສີໃນການເຄື່ອນໄຫວດຳເນີນທຸລະກິດຢູ່ກຸ່ມບໍລິສັດໂທລະຄົມ Mediaset ໂດຍທ່ານເປັນເຈົ້າຂອງ.