ລົດຂົນສົ່ງກຳລັງທະຫານລາດຖືກບຸກໂຈມຕີ
ພາບ:internet
|
(vovworld)- ໃນວັນທີ 25/6, ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 8 ຄົນ ແລະ 20 ຄົນຖືກບາດເຈັບ ທີ່ຂຶ້ນກັບກຳລັງທະຫານລາດເມື່ອ ກຸ່ມກະບົດມີອາວຸດສະກັດຕີລົດຂົນສົ່ງກຳລັງດັ່ງກ່າວ ຢູ່ມໍ່ກັບນະຄອນ Srinagar ຂຶ້ນກັບເຂດ Kashmir ໂດຍອິນເດຍຄວບຄຸມ. ຕົ້ນເດືອນ 6, ມີລົດຂົນສົ່ງກຳລັງປ້ອງກັນຊາຍແດນ ອິນເດຍ ຢູ່ ເທດສະບານ Bijnehara ກໍຖືກພວກກະບົນສະກັດຕີ ເຮັດໃຫ້ 3 ຄົນເສຍຊີວິດ ແລະ ອີກ 9 ຄົນຖືກບາດເຈັບ. ມີກຸ່ມກະບົດຈຳນວນຫນຶ່ງ ເຄີຍດຳເນີນບັນດາການບຸກໂຈມຕີເລັ່ງໃສ່ກຳລັງທະຫານ ແລະ ຕຳຫລວດຢູ່ເຂດນີ້. ອີນເດຍ ກ່າວຫາ ປາກິດສະຖານ ຫນູນຫລັງບັນດາກຳລັງກະບົດຢູ່ Kashmir ແຕ່ Islamabad ປະຕິເສດຄຳກ່າວຫາດັ່ງກ່າວ.