ອິນເດຍແລະປາກີສະຖານຈັດການ ປະຊຸມດ່ວນເພື່ອຜ່ອນຄາຍຄວາມ ເຄັ່ງຕຶງໃນເຂດຊາຍແດນ

ອິນເດຍແລະປາກີສະຖານຈັດການ ປະຊຸມດ່ວນເພື່ອຜ່ອນຄາຍຄວາມ ເຄັ່ງຕຶງໃນເຂດຊາຍແດນ - ảnh 1

ທະຫານ​ອິນ​ເດຍ

(ພາບ:baotintuc.vn)

(vovworld) -  ວັນ​ທີ 14/1, ກອງທັບອິນ​ເດຍ ​ແລະ ປາ​ກີ​ສະຖານ ​ໄດ້ດຳ​ເນີນ​ການ​ປະຊຸມ​ດ່ວນ​ຢູ່ Chakan Da Bagh ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ພາຍຫຼັງ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ຢູ່​ເຂດ​ຊາຍ​ແດນ. ການປະ​ຊຸມ​ໂດຍ​ອິນ​ເດຍ ສະ​ເໜີ ຊື່​ງ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອິນ​ເດຍ ​ແລະ ປາ​ກີ​ສະຖານ ສືບ​ຕໍ່​ປິນຂັ້ນ​ໄດ. ນີວ​ເດ​ລີ ​ໄດ້ກ່າວ​ຜູກ​ໂທດວ່າ​ໃນ​ຕອນ​ຄ່ຳ​ວັນ​ທີ 13/1, ທະຫານປາ​ກີ​ສະຖານ ​ໄດ້​ຍິງ​ປືນ​ໃສ່​ບັນດາ​ສະຖານ​ທີ່​ຕັ້ງທັບ​ຂອງ​ທະຫານ​ອິນ​ເດຍ ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ​ຄວບ​ຄຸມ (LOC) ບັງຄັບ​ໃຫ້​ກຳລັງທະຫານ​ອິນ​ເດຍ ​ຕ້ອງ​ຍິງ​ໂຕ້​ຕອບ​ຄືນ. ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ລະຫວ່າງອິນ​ເດຍ ​ແລະ ປາ​ກີ​ສະຖານ ​ຜ່ານ LOC ກໍ່​ຖືກຢຸດ​ສະ​ງັກ​ໃນ​ເວລາ​ເກືອບ​ອາທິດ​ໜຶ່ງ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 14/1 ຢູ່​ນະຄອນຫຼວງ​ນິວ​ເດ​ລີ, ນາຍ​ພົນ Bikram Singh ຫົວໜ້າ​ເສນາ​ທິການ​ໃຫ່ຍກອງທັບ​ບົກ​ອິນ​ເດຍ ​ໄດ້​ຕຳ​ນິຕິ​ຕຽນ​ການ​ກະທຳ​ຂອງ​ທະຫານ​ປາ​ກີ​ສະຖານ ຢ່າງ​ແຮງ ​ແລະ ກ່າວ​ປະນາມ​ເລື່ອງ​ທະຫານ​ປາ​ກີ​ສະຖານ ​ໄດ້​ເຂັ່ນ​ຂ້າທະຫານ​ອິນ​ເດຍ ສອງ​ຄົນ​ຢູ່ LOC.

ຂ່າວ/ບົດ​ອື່ນ