ອິນເດຍແລະອາຊຽນລົງນາມໃນສັນຍາການຄ້າເສລີກ່ຽວກັບການບໍລິການແລະການລົງທຶນ

ອິນເດຍແລະອາຊຽນລົງນາມໃນສັນຍາການຄ້າເສລີກ່ຽວກັບການບໍລິການແລະການລົງທຶນ - ảnh 1
ພາບປະກອບ

 (vovworld)-​​​ ​ໜ້າ​ເວັບ “ The Hindu” ວັນ​ທີ 9/9, ອິນ​ເດຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​​ເສ​ລີຢ່າງ​ເປັນ​ທາງ​ການ(FTA) ກ່ຽວ​ກັບ​ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ​ກັບ ອາ​ຊຽນ. ຄາດ​ວ່າ, ສະ​ພາ​ແຫ່ງ​ຊາດ ຂອງ​ທັງ​ໝົດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ເອ​ກະ​ສານສະ​ບັບນີ້ ແລະ ພາຍຫຼັງ​ຂໍ້​ຕົກ​ລົງ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຢ່າງ​ເປັນ​ທາງ​ການທີ່ກອງ​ປະ​ຊຸມ​ສຸດຍອດ ອິນ​ເດຍ-ອາ​ຊຽນ ​ເຊິ່ງດຳ​ເນີນ​ໄປ​ໃນ​ທ້າຍ​ປີ 2014. ຂໍ້​ຕົກ​ລົງ​ຈະ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ແລກ​ປ່ຽນ​ທັງ​​ແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ການ​ລົງ​ທຶນ, ອະ​ນຸ​ຍາດ​ໃຫ້ ອິນ​ເດຍ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ແກ້ງ​ແຍ້ງ​ໃນ​ບັນ​ດາ​ຂົງ​ເຂດ​ດ້ານ​ການ​ເງິນ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເຕັກ​ໂລ​ໂນ​ຊີຂໍ້​ມູນ​ຂ່າວ​ສານ, ຄົມ​ມະ​ນາ​ຄົມ ແລະ ການ​ຂົນ​ສົ່ງ. ສັນ​ຍາການ​ຄ້າ​​ເສ​ລີ ອິນ​ເດຍ-ອາ​ຊຽນ ໄດ້​ເລີ່ມ​ຕົ້ນ​ປະ​ຕິ​ບັດ​ເມື່ອ​ປີ 2010 ເປັນ​ຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ