ອິນເດຍ ບໍ່ເຂົ້າຮ່ວມການຊ້ອມຮົບຫຼາຍຝ່າຍ Kavkaz-2020 ຍ້ອມມີຄວາມວິຕົກກັງວົນຕໍ່ໂລກລະບາດໂຄວິດ-19

(VOVWORLD) -ກອງທັບປະເທດນີ້ ຈະບໍ່ເຂົ້າຮ່ວມການຊ້ອມຮົບດ້ານການທະຫານຫຼາຍຝ່າຍ Kavkaz-2020 ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 15 – 26 ກັນຍາ

ອິນເດຍ ບໍ່ເຂົ້າຮ່ວມການຊ້ອມຮົບຫຼາຍຝ່າຍ Kavkaz-2020 ຍ້ອມມີຄວາມວິຕົກກັງວົນຕໍ່ໂລກລະບາດໂຄວິດ-19 - ảnh 1 ການຊ້ອມຮົບດ້ານການທະຫານຫຼາຍຝ່າຍ Kavkaz-2016

(ພາບ: TASS)

ວັນທີ 29 ສິງຫາ, ສຳນັກຂ່າວສານ ANI ຂອງອິນເດຍ ໃຫ້ຂ່າວວ່າ, ອິນເດຍ ແຈ້ງໃຫ້ລັດເຊຍ ຊາບວ່າ ກອງທັບປະເທດນີ້ ຈະບໍ່ເຂົ້າຮ່ວມການຊ້ອມຮົບດ້ານການທະຫານຫຼາຍຝ່າຍ Kavkaz-2020 ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 15 – 26 ກັນຍາ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດຂຶ້ນກັບອົງການຮ່ວມມືຊຽງໄຮ (SCO) ແລະ ບັນດາປະເທດອາຊີກາງ.

ເຈົ້າໜ້າທີ່ອິນເດຍ ໄດ້ພິຈາລະນາເຖິງສະພາບໂລກລະບາດໂຄວິດ-19 ທີ່ນັ້ບມື້ນັບຮ້າຍແຮງ ເພື່ອຍົກອອກຂໍ້ຕົກລົງກ່ຽວຂ້ອງເຖິງເລື່ອງໄດ້ເຂົ້າຮ່ວມການຊ້ອມຮົບ ເຊິ່ງໄດ້ຈັດຂຶ້ນຢູ່ເຂດ Astrakhan, ທາງພາກໃຕ້ປະເທດລັດເຊຍ ຫຼື ບໍ່.

ກໍ່ຕາມສຳນັກຂ່າວສານ ANI ແລ້ວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ Rajnath Singh ຈະໄປຢ້ຽມຢາມລັດເຊຍ ໃນລະຫວ່າງວັນທີ 04 – 06 ກັນຍາ ຈະມາເຖິງ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອົງການຮ່ວມມືຊຽງໄຮ.

ຕອບກັບ

ຂ່າວ/ບົດ​ອື່ນ