ທ່ານ Jean Marc Ayrault ພົບປະເຈລະຈາກັບ
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi
(ພາບ: AFP/TTXVN)
(vovworld) – ວັນທີ 08/01 ທ່ານລັດຖະມົນຕີການຕ່າງປະເທດ ຝະລັ່ງ Jean Marc Ayrault ເລີ່ມຕົ້ນການຢ້ຽມຢາມ ອິນເດຍ ເປັນເວລາ 4 ວັນ ແລະ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. 2 ຝ່າຍປຶກສາຫາລືກ່ຽວກັບການຮ່ວມມືແບບພິເສດ ໃນຂົງເຂດປ້ອງກັນຊາດ, ພາຍຫລັງທີ່ ຝະລັ່ງ ຂາຍເຮືອບິນສູ້ຮົບ Rafale 36 ລຳ ໃຫ້ ອິນເດຍ ດ້ວຍຍອດມູນຄ່າ 8 ຕື້ ຢູໂຣ ພຽງແຕ່ 2, 3 ເດືອນເທົ່ານັ້ນ.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຝະລັ່ງ Jean Marc Ayrault ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນແນໃສ່ເນັ້ນໜັກການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຍົກສູງການພົວພັນດັ່ງກ່າວຂຶ້ນສູ່ລະດັບສູງໃໝ່. ກ່ຽວຂ້ອງເຖິງຄວາມສາມາດຈະລົງນາມໃນບັນດາຂໍ້ຕົກລົງອາວຸດໃນອະນາຄົດລະຫວ່າງ ຝະລັ່ງ - ອິນເດຍ, ທ່ານລັດຖະມົນຕີການຕ່າງປະເທດ ຝະລັ່ງ Jean Marc Ayrault ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Narendra Modi ພ້ອມແລ້ວທີ່ຈະພິຈາລະນາທຸກບັນຫາ.