ອິນໂດເນເຊຍກະກຽມໃຫ້ພິທີສະເຫຼີມສະຫຼອງ60ປີແຫ່ງກອງປະຊຸມອາຊີ-ອາບຟຣີກາ

ອິນໂດເນເຊຍກະກຽມໃຫ້ພິທີສະເຫຼີມສະຫຼອງ60ປີແຫ່ງກອງປະຊຸມອາຊີ-ອາບຟຣີກາ - ảnh 1
ນະ​ຄອນຫຼວງ Jakarta
(ພາບ: Reuters)

(vovworld) – ​​ໃນ​ລະ​ຫວ່າງວັນ​ທີ 19 – 24/4, ຢູ່​ນະ​ຄອນຫຼວງ Jakarta ແລະ ນະ​ຄອນ Bandung (Java ຕາ​ເວັນ​ຕົກ) ຂອງ ອິນ​ໂດ​ເນ​ເຊຍ ຈະ​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ 60 ປ​ີ​ແຫ່ງ​ກອງ​ປະ​ຊຸມ ອາ​ຊີ - ອາບ​ຟ​ຣີ​ກາ (AAC). ມີ 109 ປະ​ເທດ ອາ​ຊີ ແລະ ອາບ​ຟ​ຣີ​ກາ ພ້ອມ​ກັບ 17 ປະ​ເທດ​ສັງ​ເກດ​ການ ແລະ 25 ອົງ​ການ​ສາ​ກົນ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ເຫດ​ການນີ້. ມາ​ຮອດ​ປະ​ຈຸ​ບັນ, ມີ​ປະ​ມຸກ​ລັດ 30 ທ່ານ​ຮັບ​ຮູ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ 60 ​ປີ​ແຫ່ງກອງ​ປະ​ຊຸມ ອາ​ຊີ ແລະ ອາບ​ຟ​ຣີ​ກາ. ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ AAC ຈະ​ລວມ​ມີ: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ ແລະ ອາບ​ຟ​ຣີ​ກາ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 19/4, ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ ໃນ​ວັນ​ທີ 20/4 ແລະ ກອງ​ປະ​ຊຸມ​ຂັ້ນ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊີ - ອາບ​ຟ​ຣີ​ກາ ໃນ​ລະ​ຫວ່າງວັນ​ທີ 21 – 22/4. ລວມ​ມີ 20 ເຫດ​ການ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດນີ້.


ຂ່າວ/ບົດ​ອື່ນ