(vovworld) – ວັນທີ 16/08, ວົງການເຈົ້າໜ້າທີ່ກະຊວງຄົມມະນະຄົມອິນໂດເນເຊຍ ໃຫ້ຮູ້ວ່າ, ປະຊາຊົນຢູ່ແຂວງທາງທິດຕາເວັນອອກ Papua ໄດ້ຊອກເຫັນຊາກເຮືອບິນຖືກປະສົບເຄາະຮ້າຍ ຂອງບໍລິສັດການບິນ Trigana Air Service ຕົກຢູ່ເຂດພູຂຶ້ນກັບແຂວງນີ້. ບັນດາກຸ່ມກູ້ໄພກູ້ຊີບຂອງອິນໂດເນເຊຍ ພວມຮີບເຮ່ັງມາສະຖານທີ່ນີ້ ພາຍຫຼັງໄດ້ຮັບແຈ້ງຂ່າວນີ້. ຕາມອົງການກູ້ໄພກູ້ຊີບແລ້ວ, ເຮືອບິນ ATR 42 – 300 ຂົງສົ່ງຜູ້ໂດຍສານ 49 ຄົນ ພ້ອມກັບຈຸບິນ 5 ຄົນ ຂາດການຕິດຕໍ່ກັບສູນຄວບຄຸມການບິນ ໃນເວລາ 15 ໂມງ ວັນທີ 16/08 (ຕາມເວລາທ້ອງຖິ່ນ) ໃນຂະນະທີ່ພວມບິນຈາກເມືອງເອກ Jayapura, ແຂວງ Papua ເຖິງເຂດ Oksibil ພູທາງທິດໃຕ້ Jayapura. ເຮືອບິນລຳນີ້ຖືກຕຳໃສ່ພູ.