ອິນໂດເນເຊຍສະກັດກັ້ນກົນອຸບາຍບຸກໂຈມຕີການກໍ່ການຮ້າຍ

ອິນໂດເນເຊຍສະກັດກັ້ນກົນອຸບາຍບຸກໂຈມຕີການກໍ່ການຮ້າຍ - ảnh 1
ຕຳຫຼວດ ອິນ​ໂດ​ເນ​ເຊຍ
(ພາບ: AP)

(vovworld) - ວັນ​ທີ 20/12, ຕຳຫຼວດ ອິນ​ໂດ​ເນ​ເຊຍ ​ແຈ້ງ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້ສາມາດທຳລາຍ​ກົນອຸບາຍ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຂະໜາດ​ໃຫຍ່, ດ້ວຍ​ການ​ຈັບ​ຕົວ​ເປົ້າ​ໝາຍຖືກ​ສົງ​ໄສ​ຫຼາຍ​ຄົນ ທີ່ກ່ຽວຂ້ອງ​ເຖິງ​ແຜນການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ນະຄອນຫຼວງ Jakata ​ໃນ​ໂອກາດ​ປີ​ໃໝ່ 2016. ​ໃນ​ການ​ກວາດ​ລ້າງ​ທີ່​ດຳ​ເນີນ​ຢູ່​ບາງ​ນະຄອນ​ໃນ​ເກາະ Java 2 ວັນ​ຜ່ານ​ມາ, ຕຳຫຼວດ​ສາມາດ​ຈັບ​ຕົວ 5 ຄົນ​ໃນ​ກຸ່ມ​ເປົ້າ​ໝາຍ​ຫົວ​ຮຸນ​ແຮງ ​ແລະ ​ເກັບ​ເອົາ​ທາດ​ເຄມີ, ອຸປະກອນ​ທົດ​ລອງ ​ແລະ ຄັນ​ທຸງ​ຂອງ​ ອົງການ​ລັດອິດສະ​ລາມ (IS) ອ້າງ​ຊື່​ເອງ.

ຂ່າວ/ບົດ​ອື່ນ