ອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງເສດຖະກິດມີຫົວຄິດປະດິດສ້າງ

ອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງເສດຖະກິດມີຫົວຄິດປະດິດສ້າງ - ảnh 1
(ພາບ​ປະ​ກອບ​ຈາກAFP/TTXVN)

(vovworld) – ເສດ​ຖະ​ກິດ​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແມ່ນ​ຂະ​ແໜງ​ສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ ອິນ​ໂດ​ເນ​ເຊຍ, ພິ​ເສດ​ແມ​່ນ​ເມື່ອ​ຂະ​ແໜງນີ້​ດຶງ​ດູດ​ກຳ​ລັງ​ແຮງ​ງານ​​ຂອງ​ປະ​ເທດ​ຊາດ ເຖິງ 10%. ທ່ານ​ Chapter Rama Datau, ປະ​ທານສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ວິ​ສາ​ຫະ​ກິດ​ໜຸ່ມ ອິນ​ໂດ​ເນ​ເຊຍ, ໃຫ້​ຮູ້​ວ່າ: ປີ 2012 ຂະ​ແໜງ​ເສດ​ຖະ​ກິດ​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດຶງ​ດູດ​ຄົນ​ງານ​ເກືອບ 12 ລ້ານ​ຄົນ, ກວມ 10,6% ກຳ​ລັງ​ຄົນ​ງານ​ຂອງ​ປະ​ເທດນີ້, ຢື່ນ​ອັນ​ດັບ 4 ໃນ​ຈຳ​ນວນ 10 ຂະ​ແໜງ​ເສດ​ຖະ​ກິດ​​ທີ່ສ້າງວຽກ​ເຮັດ​ງານ​ທຳຫຼາຍ​​ສຸດ. ທ່ານ Rama Datau ໃຫ້​ຮູ້​ຕື່ມ​ອີກວ່າ: ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ໄດ້​ວາງ​ຈຸດ​ໝາຍ​ໃຫ້​ຂະ​ແໜງ​ເສດ​ຖະ​ກິດ​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດຶງ​ດູດ​ກຳ​ລັງ​ແຮງ​ງ​ານ​ໃຫ້​ໄດ້ 20% ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນ​ອກ​ຈາກນັ້ນ, ຂະ​ແໜງ​ເສດ​ຖະ​ກິດ​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງກໍ່​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ​ແຫຼ່ງລາຍ​ຮັບ​ຈາກ​ຕ່າງ​ປະ​ເທດ​ຂອງ ອິນ​ໂດ​ເນ​ເຊຍ ເມື່ອກວມ​ເຖິງ 5,72% ຍອດວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2013.


ຂ່າວ/ບົດ​ອື່ນ