ອິນໂດເນເຊຍແລະຕວກກີິເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ

ອິນໂດເນເຊຍແລະຕວກກີິເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດຕວກ​ກີ Mevlut Cavusoglu
(ພາ​ບ​ປະ​ກອບ: AP)

(vovworld) –​ ​ ອິນ​ໂດ​ເນ​ເ​ຊຍ ​ແລະ ​ຕວກ​ກີິ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານກໍ່​ການ​ຮ້າຍ. ນີ້​ແມ່ນ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ພາຍ​ຫຼັງ​ການ​ເຈ​ລະ​ຈ​າ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ Retno LP Marsudi ແລະ ຄູ່​ຕຳ​ແໜ່ງຕວກ​ກີ Mevlut Cavusoglu ໃນ​ວັນ​ທີ 23/01, ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີອົງ​ການ​ຈັດ​ຕັ້ງ​ຮ່ວມ​ມືອິດ​ສະ​ລາມ, ຢູ່​ນະ​ຄອນ Jidda (ຊາ​ອຸ​ດີ ອາ​ຣາ​ເບຍ). ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ ກໍ່​ເຫັນ​ດີ​ສືບ​ຕໍ່​ສົ​ງ​ເສີນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ ແລະ ປະ​ຕິ​ບັດ​ກົດ​ໝາຍ​ຂອງ 2 ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ Cavusoglu ໄດ້​ຊົມ​ເຊີຍ​ຂໍ້​ລິ​ເລີມ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ສັນ​ຕະ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

      ປະ​ຈຸ​ບັນ, ອິນ​ໂດ​ເນ​ເຊຍ ພວມ​ຜັນ​ຂ​ະ​ຫຍາຍບັ້ນ​ຮົບ​ກວາດ​ລ້​າງ​ບັນ​ດາ​ພາກ​ສ່ວນທີ່​ສົງ​ໄສວ່າ​ໄດ້​ກໍ່​ການ​ຮ້າຍ, ພາຍ​ຫຼັງ​ເກີດ​ການ​ບຸກ​ໂຈມ​ຕີ​ຢູ່​ໃຈ​ກາງ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ ເມື່ອ​ວັນ​ທີ 14/01.

ຂ່າວ/ບົດ​ອື່ນ