ອິນໂດເນເຊຍແລະອາເມລິກາສ້າງແຜນການຝຶກຊ້ອມການທະຫານຮ່ວມໃນປີ2016
(ພາບປະກອບ)
(vovworld) - ບັນດາເຈົ້າໜ້າທີ່ກອງທັບເຮືອ ອິນໂດເນເຊຍ ແລະ ອາເມລິກາ ຫາກໍ່ປຶກສາຫາລືແຜນການດຳເນີນການຝຶກຊ້ອມການທະຫານຮ່ວມປະຈຳປີທີ່ມີຊື່ວ່າ “ຮ່ວມມືຝຶກຊ້ອມ ແລະ ກຽມພ້ອມສູ້ຮົບບົນທະເລ” (CARAT) ຢູ່ນະຄອນ Surabaya, ພາກຕາເວັນອອກແຂວງ Java. ຄາດຄະເນວ່າ ການຝຶກຊ້ອມຂອງກອງທັບເຮືອຮ່ວມ CARAT 2016 ຈະຈັດຕັ້ງໃນເດືອນ 5/2016. ອິນໂດເນເຊຍ ເລີ່ມຕົ້ນເຂົ້າຮ່ວມການຝຶກຊ້ອມນັບແຕ່ປີ 1995. ນີ້ແມ່ນສ່ວນໜຶ່ງໃນບັນດາການຝຶກຊ້ອມ 2 ຝ່າຍຂອງກອງທັບເຮືອ ອາເມລິກາ ກັບ 9 ຄູ່ຮ່ວມມືກອງທັບເຮືອຢູ່ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເພື່ອແນໃສ່ແກ້ໄຂບັນດາບຸລິມະສິດກ່ຽວກັບຄວາມສະຫງົບປອດໄພໃນການເດີນທະເລຮ່ວມ, ເພີ່ມທະວີການຮ່ວມມື ແລະ ຍົກສູງຄວາມສາມາດສົມທົບກັນການສູ້ຮົບລະຫວ່າງບັນດາກຳລັງກອງທັບເຮືອ.