ອິນໂດເນເຊຍໃຫ້ຄຳໝັ້ນສັນຍານຳຊາວປະມົງຫວຽດນາມກັບເມືອປະເທດໂດຍໄວ

ອິນໂດເນເຊຍໃຫ້ຄຳໝັ້ນສັນຍານຳຊາວປະມົງຫວຽດນາມກັບເມືອປະເທດໂດຍໄວ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເດີນ​ທະ​ເລ
ແລະ ອາ​ຊີບ​ການ​ປະ​ມົງ​ ອິນ​ໂດ​ເນ​ເຊຍ Susi Pudjiastuti
(ພາບ​ປະ​ກອບ: vietnamplus.vn)

(vovworld) - ​ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ຕັ້ງ​ໜ້າ​ຮ່ວມມືກັນ​ເພື່ອ​ພ້ອມ​ກັນ​ແກ້​ໄຂບັນ​ຫາ​ຊາວ​ປະ​ມົງ​ຫວຽດ​ນາມ ​ທີ່​ໄປຫາ​ປາ ແລະ ຖືກ​ຈັບ​ຕ​ົ​ວ​ຢູ່​ເຂດ​ທະ​ເລ​ ອິນ​ໂດ​ເນ​ເຊຍ. ໃນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເດີນ​ທະ​ເລ ແລະ ອາ​ຊີບ​ການ​ປະ​ມົງ​ ອິນ​ໂດ​ເນ​ເຊຍ Susi Pudjiastuti ກັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ວູ​ວັນ​ຕ໋າມ ​ຫວ່າງ​ແລ້ວນີ້ ຢູ່ Nauna, 2 ຝ່າຍ​ໄດ້​ສະ​ເໜີແນວ​ຄວາມ​ຄິດມອບ​ສົ່ງ​ຊາວ​ປະ​ມົງ​ຫວຽດ​ນາມ ບົນ​ທະ​ເລ. ຄາດ​ວ່າ, ການມອບ​ສົ່ງ​ຄັ້ງ​ທຳ​ອິດ​ຈະ​ດຳ​ເນີນ​ໃນ​ວັນ​ທີ 13/09 ຢູ່​ເຂດ​ທະ​ເລ Nauna. ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ Susi Pudjiastuti ໃຫ້​ຮູ້​ວ່າ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ພວມ​ຮັກ​ສາ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ, 2 ຝ່າຍກໍ່​ດຳ​ເນີນ​ການ​ລາດ​ຕາ​ເວນ, ​ຊ້ອມ​ຮົບ​ຮ່ວມ​ກັນລະ​ຫວ່າງ​ກຳ​ລັງ​ຕຳ​ຫຼວດ​ທະ​ເລຂອງ 2 ປະ​ເທດ. ຕາມ​ທ່ານ​ນາງ​ແລ້ວ, ສິ່ງ​ດັ່ງ​ກ່າວ​ຄວນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃຫ້​ດີກວ່າ, ມີ​ປະ​ສິ​ດ​ທິ​ຜົນ​ກວ່າ​ຢ​ູ່​ເຂດ​ທະ​ເລ Nauna ແລະ ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາງ​ເຊື່ອ​ໝັ້ນ​ວ່າ, ເລື່ອງ​ແລກ​ປ່ຽນ​ຊາວ​ປະ​ມົງ​ຈະ​ຖືກ​ດຳ​ເນີນ​ໃນ 2 – 3 ວັນ​ຈະ​ມາ​ເຖິງ​ຖືກ​ຕາມ​ແຜນ​ການ.

ຂ່າວ/ບົດ​ອື່ນ