ກຳລັງກູ້ໄພກູ້ຊີບຢູ່ສະຖານທີ່ເກີດເຫດ
(ພາບ: AFP/TTXVN)
|
(vovworld) – ອຸບັດຕິເຫດຢ່າງໜັກໜ່ວງເມື່ອລົດໄຟຕຳ່ກັນເມື່ອຕອນເຊົ້າວັນທີ 9/2 ຢູ່ລັດ Bayern ຂອງເຢຍລະມັນ, ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ ເກືອບ 110 ຄົນຮັບບາດເຈັບ, ແມ່ນຍ້ອນຄວາມຜິດຂອງມະນຸດ. ນີ້ແມ່ນໝາກຜົນໃນການສືບສວນໃນເບື້ອງຕົ້ນໂດຍສື່ມວນຊົນ ເຢຍລະມັນ ປະກາດໃນຕອນຄຳ່ວັນດຽວກັນ. ຕາມໝາກຜົນຂອງການສືບສວນໃນເບື້ອງຕົ້ນແລ້ວ, ລົດໄຟ 2 ຄັນຂົນສົ່ງຜູ້ໂດຍສານ 150 ຄົນໄດ້ຕຳ່ກັນໃນຕອນເຊົ້າວັນທີ 9/2 ຢູ່ເຂດ Bad Aibling ຂະນະທີ່ພວມແລ່ນດ້ວຍຄວາມໄວສູງບົນລາງລົດໄຟດຽວ. ແຕ່ເຖິງຢ່າງໃດກໍຕາມ, ປະຈຸບັນຍັງບໍ່ທັນຮູ້ກ່ຽວກັບຜູ້ຮັບຜິດຊອບຕົ້ນຕໍ່ຂອງອຸບັດຕິເຫດດັ່ງກ່າວເທື່ອ.