ພາບປະກອບ:internet
|
(vovworld)- ວັນທີ 24/3, ທ່ານ Alain Vidalies, ລັດຖະມົນຕີວ່າການກະຊວງຄົມມະນາຄົມ ຝລັ່ງ ໄດ້ຮັບຮູ້ວ່າ: ບໍ່ມີໃຜລອດຊີວິດມາໄດ້ຈາກອຸບັດຕິເຫດເຮືອບິນ Airbus 320 ຂອງບໍລິສັດການບິນ Germanwings ຖືກຕົກຢູ່ພາກໃຕ້ປະເທດ ຝລັ່ງ. ໃນຈຳນວນ 150 ຄົນຖືກເສຍຊີວິດນັ້ນ, ມີ ຜູ້ໂດຍສານ 144 ຄົນ, ຈຸບິນ 6 ຄົນ. ປະຈຸບັນ ກຳລັງກູ້ໄພກູ້ຊີບຂອງ ຝລັ່ງ ຊອກໄດ້ຫີບດຳຂອງເຮືອບິນແລ້ວ. ບັນດາຜູ້ຊ່ຽວຊານ ເຢຍລະມັນ ແລະ ອາເມລິກາ ລ້ວນແຕ່ໃຫ້ຮູ້ວ່າ: ບໍ່ມີສັນຍານເຮືອບິນຖືກບຸກໂຈມຕີແບບກໍ່ການຮ້າຍ ແລະ ອາກາດບໍ່ແມ່ນປັດໄຈກໍ່ໃຫ້ເກີດອຸບັດຕິເຫດ ອາດຈະຍ້ອນເຕັກນິກ.