ຫົວໜ້າຄະນະເຈລະຈາ 2 ຝ່າຍ
(ພາບ: ໂທລະພາບ ຫວຽດນາມ)
(vovworld) – ວັນທີ 11/6, ການເຈລະຈາຍຸດທະສາດຂັ້ນສູງປະຈຳປີ ຄັ້ງທີ 6 ລະຫວ່າງສະຫະພາບ ເອີລົບ (ອີຢູ) ແລະ ຈີນ ຖືກຈັດຕັ້ງຢ່າງເປັນທາງການຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ດ້ວຍຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ກໍຄືການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ. ການເຈລະຈາຄັ້ງນີ້ ກໍ່ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດບັນດາການນຳ ອີຢູ - ຈີນ ຄັ້ງທີ 18, ຄາດວ່າຈະຈັດຕັ້ງໃນເດືອນ 7 ຈະມາເຖິງຢູ່ນະຄອນຫຼວງ ປັກກິ່ງ. ທີ່ການເຈລະຈາ, ອີຢູ ແລະ ຈີນ ເຫັນດີເປັນເອກະສັນປະຕິບັດບັນດາຄຳໝັ້ນສັນຍາທີ່ການນຳ 2 ຝ່າຍບັນລຸໄດ້ໃນກອງປະຊຸມສຸດຍອດ 2 ຝ່າຍຄັ້ງທີ 17, ຈັດຕັ້ງໃນເດືອນ 6 ປີແລ້ວນີ້. ຕາມນັ້ນແລ້ວ, ເພີ່ມທະວີການປະສານງານໃນການປະຕິບັດບັນດານະໂຍບາຍພັດທະນາມີລັກສະນະຍຸດທະສາດຂອງທັງ 2 ຝ່າຍ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ…ນອກນັ້ນ, ຫຼາຍຫົວຂໍ້ເຄັ່ງຮ້ອນອື່ນໆກໍ່ໄດ້ນຳມາປຶກສາຫາລື, ຄືສະພາບການຕາເວັນອອກກາງ, ວິກິດການຢູ່ ຢູແກຼນ, ບັ້ນຮົບຕ້ານລັດທິກໍ່ການຮ້າຍ ກໍ່ຄືບັນດາບັນຫາທົ່ວໂລກ ແລະ ພາກພື້ນອື່ນໆ.