ອີຢູຕໍ່ກຳນົດເວລາລົງໂທດລັດເຊຍ

ອີຢູຕໍ່ກຳນົດເວລາລົງໂທດລັດເຊຍ - ảnh 1
(ພາບປະກອບ)

(vovworld) – ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ຕໍ່ກຳນົດ​ເວລາ​ຕື່ມ​ອີກ 6 ​ເດືອນ ​ໃນຄຳ​ສັ່ງ​ລົງ​ໂທດສຳລັບ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງຂອງ​ລັດ​ເຊຍ ​ແລະ ຢູ​ແກຼນ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ແລະ ​ເຫດການ ມົ​ດສ​ະກູ ​ໂອນ​ເອົາແຫຼມ Crimea ຄືນ​ໃໝ່ ​ເມື່ອ​ເດືອນ 03/2014. ​ໃນ​​ແຈ້ງ​ຂ່າວການ​ທີ່​ໄດ້​ຍົກ​ອອກ​ມາ ​ວັນ​ທີ 14/09, ສະພາ​ບັນດາ​ລັດຖະມົນຕີ​ຂອງ​ອີ​ຢູ ​ໄດ້​ຕົກລົງ​ແກ່ຍາວ​ຄຳ​ສັ່ງ​ລົງ​ໂທດ​ສຳລັບ 149 ສ່ວນ​ບຸກຄົນ ​ແລະ 37 ນິຕິບຸກຄົນລັດ​ເຊ​ຍ ​ແລະ ຢູ​ແກຼນ ຮອດ​ວັນ​ທີ 15/03/2016 ດ້ວຍ​ເຫດຜົນ​ທີ່​ວ່າ ບັນດາ​ບຸກຄົນ​ນີ້​ໜູນ​ຫຼັງ​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ຂໍ້​ຕົກລົງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາກ່ອນ​ທີ່​ບັນດາ​ມາດ​ຕະການ​ລົ​ງ​ໂທດນີ້ ໝົດຜົນ​ສັກ​ສິດ 1 ວັນ.

ຂ່າວ/ບົດ​ອື່ນ