ອີຢີບຈະຈັດການເລືອກ ຕັ້ງປະທານາທິບໍດີ ກ່ອນການເລືອກຕັ້ງ ສະພາແຫ່ງຊາດ
ງານຊຸມນຸມມິຕິງລະນຶກ 3 ປີແຫ່ງການລຸກຮຶ້ນຂຶ້ນລະດູບານໃຫ່ມອາຣັບ
(ພາບ: AFP/TTXVN))
(vovworld)- ວັນທີ 26/1, ປະທານາທິບໍດີຊົ່ວຄາວອີຢີບ Adlly Mansour ໃຫ້ຮູ້ວ່າ: ປະເທດນີ້ຈະດຳເນີນການເລືອກຕັ້ງປະທານາທິບໍດີກ່ອນການເລືອກຕັ້ງສະພາແຫ່ງຊາດ. ກ່ອນໜ້ານັ້ນແລ້ວ, ຕາມລັດຖະທຳມະນູນສະບັບໃໝ່ທີ່ໄດ້ຮັບຄວາມເຫັນດີຈາກ ປຊຊ ເປັນສ່ວນຫຼາຍໃນການລົງປະຊາມະຕິເມື່ອວັນທີ 14-15/1, ການເລືອກຕັ້ງປະທານາທິບໍດີ ແລະ ເລືອກຕັ້ງສະພາແຫ່ງຊາດ ຕ້ອງຈັດຂຶ້ນໃນຮອບເວລາ 6 ເດືອນພາຍຫລັງທີ່ລັດຖະທຳມະນູນສະບັບໃໝ່ໄດ້ຮັບການຮັບຮອງເອົາ ແລະ ຂັ້ນຕອນການຈັດຕັ້ງແມ່ນຂຶ້ນກັບສິດຕັດສິນຂອງປະທານາທິບໍດີຊົ່ວຄາວອີຢີບ Adlly Mansour. ຫາງສຽງຄາດວ່າ, ການເລືອກຕັ້ງສະພາແຫ່ງຊາດຈະຖືກຈັດຂຶ້ນກ່ອນ. ສະນັ້ນ, ວົງການນັກໄຈ້ແຍກຕີລາຄາວ່າ, ຄຳປະກາດຂອງປະທານາທິບໍດີ Adlly Mansour ກ່ຽວກັບການຈັດຕັ້ງການເລືອກຕັ້ງປະທານາທິບໍດີກ່ອນແມ່ນການປ່ຽນແປງຂັ້ນຕອນເພື່ອແນໃສ່ສ້າງໂອກາດອັນແນ່ນອນໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ Abdel Fattah El Sisi ຍາດເອົາໄຊຊະນະໃນການເລືອກຕັ້ງປະທານາທິບໍດີ./.