ສະພາແຫ່ງຊາດ ອີຢີບ (ພາບ: AFP)
(vovworld) - ທ່ານປະທານາທິບໍດີ ອີຢີບ Abdel Fattah Al Sisi ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັບປຸງ, ເປີດຊ່ອງທາງໃຫ້ການຈັດຕັ້ງການເລືອຕັ້ງ ສະພາແຫ່ງຊາດ ຊຶ່ງຖືກໂຈະໄວ້ມາແຕ່ດົນແລ້ວ. ການເລືອກຕັ້ງສະພາແຫ່ງຊາດ ອີຢີບ ໃນເບື້ອງຕົ້ນຄາດວ່າ: ຈະດຳເນີນໃນລະຫວ່າງວັນທີ 21/3 – 7/5, ແຕ່ຖືກໂຈະໄວ້ພາຍຫລັງທີ່ສານລັດຖະທຳມະນູນປະເທດນີ້ ຕັດສິນວ່າ: ກົດໝາຍວ່າດ້ວຍການເລືອກຕັ້ງແປ່ງປັນຫົວໜ່ວຍການເລືອກຕັ້ງບໍ່ເໝາະສົມກັບລັດຖະທຳມະນູນ ຍ້ອນລະເມີດບັນດາຫລັກການຍຸຕິທຳ ແລະ ອັດຕາສ່ວນຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ. ຕາມກົດໝາຍສະບັບປັບປຸງ, 448 ທີ່ນັ່ງໃນສະພາແຫ່ງຊາດຈະໄດ້ແຈກຢາຍໃຫ້ບັນດາຜູ້ອອກສະໝັກເລືອກຕັ້ງເອກະລາດ ແລະ 120 ທີ່ນັ່ງແມ່ນສະຫງວນໃຫ້ຜູ້ຕາງໜ້າພັກຕ່າງໆ, ໃນນັ້ນໄດ້ກຳນົດຈຳນວນສະມາຊິກເປັນແມ່ຍິງ, ຊາວໜຸ່ມ ແລະ ຜູ້ຖືສາສະໜາກາໂຕລິກ. ກົດໝາຍວ່າດ້ວຍການເລືອກຕັ້ງກ່ອນນີ້ ໄດ້ສະຫງວນ 420 ທີ່ນັ່ງໃຫ້ ຜູ້ອອກສະໝັກເລືອກຕັ້ງເອກະລາດ ແລະ 120 ທີ່ນັ່ງໃຫ້ພັກຕ່າງໆ.