ອີຢີບແລະອາເມລິກາປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ
(VOVWORLD) -ວັນທີ 21 ມິຖຸນາ, ທ່ານ Jared Kushner ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ອີຢີບ Abdel Fattah al – Sisi ໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເຊືື່ອມຕໍ່ການເຈລະຈາສັນຕິພາບຄືນໃຫມ່ ລະຫວ່າງ ຊາວ ອິດສະຣາແອນ ແລະ ປາແລດສະຕິນ.
ທ່ານ Jared Kushner ແລະ ທ່ານ Abdel Fattah al-Sisi 7 ພວມປຶກສາຫາລືກ່ຽວກັບການເຈລະຈາສັນຕິພາບ
ພາບ:AFP/vietnam+
|
ທ່ານປະທານາທິບໍດີ ອີຢີບ Abdel Fattah al – Sisi ໄດ້ເນັ້ນຫນັກຢ່າງແຮງເຖິງການສະຫນັບສະຫນູນຂອງ ອີຢີບ ສຳລັບບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອແນໃສ່ບັນລຸມາດຕະການຮອບດ້ານ, ສອດຄອ່ງໃຫ້ແກ່ການສ້າງຕັ້ງລັດ ປາແລດສະຕິນ ເອກະລາດ, ດ້ວຍນະຄອນຫລວງ ແມ່ນ Jerusalem ຕາເວັນອອກ. ທ່ານກໍ່ໄດ້ຕີລາຄາບັນດາຄວາມມານະພະຍາຍາມຂອງ ອີຢີບ ໃນການຊຸກຍູ້ວິວັດທະນາການສັນຕິພາບຂອງຊາວ ປາແລດສະຕິນ, ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ກາຊາ. ສ່ວນທ່ານ Kushne ທີ່ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກເຖິງບັນດາຄວາມມານະພະຍາຍາມຂອງວໍຊິງຕັນ ໃນການຟື້ນຟູການເຈລະຈາສັນຕິພາບ, ປັບປຸງສະພາບການມະນຸດສະທຳຢູ່ເຂດ ກາຊາ.