(VOVWORLD) -ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ໄດ້ປະກາດດໍາລັດຕໍ່ກໍານົດເວລາສະພາວະສຸກເສີນຢູ່ປະເທດນີ້ຕື່ມອີກ 3 ເດືອນ.
ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ໄດ້ປະກາດດໍາລັດຕໍ່ກໍານົດເວລາສະພາວະສຸກເສີນຢູ່ປະເທດນີ້ຕື່ມອີກ 3 ເດືອນ, ເຊິ່ງເລີ່ມແຕ່ວັນທີ 25 ກໍລະກົດ ຈະມາເຖິງ, ຍ້ອນບັນດາສາເຫດບໍ່ຮັບປະກັນຄວາມສະຫງົບ. ຕາມລັດຖະທໍາມະນູນ ອີຢິບແລ້ວ, ຂໍ້ຕົກລົງສະບັບຕ່າງໆຂອງທ່ານປະທານາທິບໍດີ ກ່ຽວກັບການຕໍ່ກໍານົດສະພາວະສຸກເສີນ ແມ່ນຕ້ອງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ.
ອີຢິບ ຈັດວາງສະພາວະສຸກເສີນລະດັບຊາດທີ່ແກ່ຍາວເປັນເວລາ 3 ເດືອນ ຄັ້ງທໍາອິດ ເມື່ອເດືອນ ເມສາ ປີ 2017, ພາຍຫຼັງເຫດວາງລູກລະເບີດເລັ່ງໃສ່ໂບດສອງແຫ່ງຢູ່ແຂວງ Gharbiya ແລະ Alexandria ຢູ່ທາງພາກເໜືອ ອີຢິບ, ເຮັດໃຫ້ຢ່າງໜ້ອຍສຸດມີ 47 ຄົນ ເສຍຊີວິດ ແລະ 120 ຄົນ ຮັບບາດເຈັບ.