(vovworld) - ວັນທີ 10/7, ຫ້ອງການໄອຍາການ ອີຢິບ ໄດ້ອອກຄຳສັ່ງຈັບໂປ່ຂອງອົງການອ້າຍນ້ອງອິດສະລາມ Mohamed Badie ທີ່ກ່ຽວຂ້ອງເຖິງບັນດາຄຳກ່າວຫາປຸກລຸກການໃຊ້ຄວາມຮຸນແຮງຢູ່ນອກສຳນັກງານກຳລັງພິທັກຮັກສາ ສາທາລະນະລັດຢູ່ນະຄອນຫຼວງ ກາຍໂຣ, ເຮັດໃຫ້ 55 ຄົນເສຍຊີວິດເມື່ອວັນທີ 8/7 ຜ່ານມາ. ບັນດາການນຳຂັ້ນສູງຂອງອົງການອ້າຍນ້ອງອິດສະລາມ ກໍ່ຖືກຈັດເຂົ້າບັນຊີລາຍຊື່ຜູ້ຖືກຈັບຕົວ. ໃນຂະນະນັ້ນ, ໂຄສົກຂອງອົງການອ້າຍນ້ອງອິດສະລາມ Gehad El – Haddad ຖືວ່າ: ຖະແຫຼງການກ່ຽວກັບບັນດາຄຳກ່າວໂທດ ທີ່ເລັ່ງໃສ່ຫົວໂປ່ Mohamed Badie ພ້ອມກັບບັນດາການນຳຂັ້ນສູງຂອງອົງການນີ້ແມ່ນກົນອຸບາຍຂອງອຳນາດການປົກຄອງເພື່ອແນໃສ່ແບ່ງແຍກຜູ້ສະໜັບສະໜູນອົງການອ້າຍນ້ອງອິດສະລາມ ນັບພັນໆຄົນ ທີ່ຢາກໃຫ້ປະທານາທິບໍດີຜູ້ຖືກປົດຕຳແໜ່ງ Mohamed Morsi ໄດ້ດຳລົງຕຳແໜ່ງຄືນໃໝ່. ແລະກໍ່ໃນວັນດຽວກັນ, “ພັນທະມິດຊົນຊາດສະໜັບສະໜູນລັກສະນະຖືກຕ້ອງຕາມກົດໝາຍ” ໂດຍ ອົງການອ້າຍນ້ອງອິດສະລາມ ນຳໜ້າໄດ້ປຸກລະດົມການແຫ່ຂະບວນປະທ້ວງ “ລ້ານຄົນ” ໃນວັນທີ 12/7 ຢູ່ນະຄອນຫຼວງ ກາຍໂຣ, ເພື່ອແນໃສ່ຄັດຄ້ານລັດຖະບານຊົ່ວຄາວ.