ອີຢິບ ແກ່ຍາວການ ປະກາດສະພາວະ ສຸກເສີນ
ກຳລັງປ້ອງກັນຄວາມສະຫງົບ ອີຢິບ ແລະ ຜູ້ແຫ່ຂະບວນປະທ້ວງສະໜັບສະໜູນ ທ່ານປະທານາທິບໍດີ ຜູ້ຖືກຄົ້ນລົ້ມ Mohamed Morsi
(ພາບ: AP)
(vovworld) - ໃນວັນທີ 12/9, ທ່ານປະທານາທິບໍດີຊົ່ວຄາວ ອີຢິບ Adly Mansour ໄດ້ແກ່ຍາວການປະກາດສະພາວະສຸກເສີນຢູ່ປະເທດນີ້ຕື່ມອີກ 2 ເດືອນ, ທີ່ຍັງມີຜົນສັກສິດແຕ່ກາງເດືອນ 8. ໂຄສົກຂອງປະທານາທິບໍດີ ທ່ານ Ehab Bedawy ໃຫ້ຮູ້ວ່າ: ຄຳຕັດສິນດັ່ງກ່າວເພື່ອແນໃສ່ຮັບປະກັນຄວາມປອດໄພຢູ່ ອີຢິບ.
ໃນຂະນະນັ້ນ, ຕາມໜັງສືພິມເອເລັກໂຕນິກ Al Ahram ແລ້ວ, ລັດຖະບານບໍ່ປະກາດແຜນການລົບລ້າງຄຳສັ່ງ ສະພາວະສຸກເສີນໃນຍາມຄຳ່ຄືນຢູ່ນະຄອນຫຼວງ ກາຍໂຣ ແລະ 13 ແຂວງ, ນະຄອນອື່ນຂອງປະເທດ. ຄຳສັ່ງສະພາວະສຸກເສີນໄດ້ຈັດວາງໃນວັນທີ 14/8, ໃນສະພາບທີ່ການປະທະກັນເກີດມາຈາກການສະຫຼາຍການແຫ່ຂະບວນປະທ້ວງສະໜັບສະໜູນປະທານາທິບໍດີ ຜູ້ຖືກຄົ້ນລົ້ມ Mohamed Morsi ຢູ່ ກາຍໂຣ ອັນໄດ້ເຮັດໃຫ້ກ່ວາ 600 ຄົນເສຍຊີວິດ, ໃນນັ້ນມີນາຍທະຫານກ່ວາ 40 ຄົນ.
ປະຈຸບັນ, ເຖິງວ່າສະພາບການແຫ່ຂະບວນປະທ້ວງຢູ່ ອີຢິບ ໄດ້ຫລຸດລົງ ແຕ່ຕໍ່ຈາກນັ້ນແມ່ນການບຸກໂຈມຕີຄັ້ງຕ່າງໆຂອງທະຫານກະບົດ.