ອີຢູປະກາດຍັງເປີດ ປະຕູຮ່ວມມືກັບ ຢູແກຼນ
ປະທານນາທິບໍດີລັດເຊຍ ແລະ ຢູແກຼນ
(ພາບ: AFP)
(vovworld)- ບັນດາຂໍ້ຕົກລົງຮ່ວມມືທີ່ຫາກໍ່ໄດ້ຮັບການລົງນາມລະຫວ່າງກີແອບ ແລະ ມົດສະກູ ໃນຂອບເຂດການປຢ້ຽມຢາມລັດເຊຍ ຂອງປະທານາທິບໍດີ ຢູແກຼນ Viktor Yanukovich ບໍ່ກີດຂວາງການລົງນາມໃນສັນຍາຮ່ວມມືລະຫວ່າງ ຢູແກຼນ ແລະ ສະຫະພາບເອີລົບ (ອີຢູ).
ທີ່ການປະຊຸມຄະນະກຳມະການບັນກາບັນຫາການຕ່າງປະເທດຂອງລັດຖະສະພາເອີລົບ ເມື່ອວັນທີ 18/12, ທ່ານນາງ Catherin Ashton ຜູ້ຕາງໜ້າຂັ້ນສູງອີຢູ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ໄດ້ຍົກອອກຄຳປະກາດດັ່ງກ່າວ ພ້ອມທັງໃຫ້ຮູ້ວ່າ: ອີຢູ ຍັງເປີດປະຕູ ສຳລັບ ຢູແກຼນ.
ອີຢູ ຮັບຮູ້ລັກສະນະເປັນປົກກະຕິຂອງບັນດາຂໍ້ຕົກລົງລະຫວ່າງກີແອບ ແລະ ມົດສະກູ ທີ່ມີຕໍ່ເສດຖະກິດ ຢູແກຼນ ແຕ່ອີຢູ ກໍ່ສະແດງໃຫ້ເຫັນຄຳເຫັນວ່າ: ເລື່ອງ ຢູແກຼນ ໄດ້ຮັບບ້ວງເງິນກູ້ຊ່ວຍຕ້ານວິກິດການຈາກກອງທຶນເງິນຕາສາກົນ ໄດ້ອະນຸຍາດຮັບປະກັນບັນດາຫຼັກການຈະແຈ້ງທີ່ສຸດ ເພື່ອຊ່ວຍປະເທດນີ້ຫລີກລ້ຽງວິກິດການດ້ານການເງິນຕາມມາດຖານສາກົນ./.