ອີຢູປະກາດແຜນການເຈລະຈາກັບ ອັງກິດ ຫຼັງ Brexit

ອີຢູປະກາດແຜນການເຈລະຈາກັບ ອັງກິດ ຫຼັງ Brexit - ảnh 1
ທ່ານ Donald Tusk, ປະ​ທານ​ສະ​ພາ ເອີ​ລົບ (ອີ​ຢູ) 
(ພາບ: AFP/TTXVN)

(vovworld) – ວັນ​ທີ 31/3, ທ່ານ Donald Tusk, ປະ​ທານ​ສະ​ພາ ເອີ​ລົບ (ອີ​ຢູ) ປະ​ກາດ​ແຜ​ນ​ການ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ວິ​ວັດ​ການ​ເຈ​ລະ​ຈາ Brexit - ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ, ໃນ​ນັ້ນ​ຢັ້ງ​ຢືນ 27 ປະ​ເທດ​ສະ​ມາ​ຊິກ ກຽມ​ພ້ອມ​ໃຫ້​ຂໍ້​ຕົກ​ລົງ​ຂ້າມ​ຜ່ານ ພາຍຫຼັງ ອັງ​ກິດ ຖອນ​ອອກ​ຈາກ​ອີ​ຢູ ອາດ​ຈະ​ແມ່​ນ​ໃນ​ເດືອນ 3/2019. ທ່ານ Donald Tusk ກໍ່​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ກ່ຽວ​ກັບ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ຮ່ວມ​ກ່ຽວ​ຂ້ອງ​ເຖິງ Brexit ແລະ ຊຸກ​ຍູ້​ການ​ພົວ​ພັນ​​ໃນອະ​ນາ​ຄົດ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ. ແຜນ​ການ​ເບື້ຶ້ອງ​ຕົ້ນ​ຂອງ​ປະ​ທານ​ສະ​ພາ​ເອີ​ລົບ ​ທີ່​ສົ່ງ​ເຖິງ 27 ປະ​ເທດ​ສະ​ມາ​ຊິກ ໄດ້​ຊ​ີ້​ແຈ້ງວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ຕ້ອງ​ບັນ​ລຸ​ໄດ້ “ຄວາມ​ກ້າວ​ໜ້າ​ລະ​ອຽດ” ກ່ອນ​ທີ່ 2 ຝ່າຍ​ດຳ​ເນີນ​ການ​ເຈ​ລະ​ຈາ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃໝ່​ໃນ​ອ​ະ​ນາ​ຄົດ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກ່ອນ​ທີ່ 2 ຝ່າຍ​ອາດ​ຈະ​ບັນ​ລຸ​ໄດ້​ຂໍ​້​ຕົກ​ລົງ​ເສ​ລີ, ອັງ​ກິດ ຕ້ອງ​​ປະ​ຕິ​ບັດ​ຕາມ​ທຸກໆ​ຂໍ​້​ກຳ​ນົດ​ຂອງ ອີ​ຢູ. ໃນ​ກໍ​ລະ​ນີ ອັງ​ກິດ ຍັງ​​ຄົງ​ຮັກ​ສາ​ສະ​ພາບ​ການ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ກຸ່ມ​ຕະຫຼາດ​ລວມ ເອີ​ລົບ ໃນ​ໄລ​ຍະຫຼັງ Brexit, ລອນດອນ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ໄປ ມາ​ພາຍ​ໃນ​ກ​ຸ່ມ. ທ່ານ Tusk ກໍ່​ເຕື້ອງ​ເຖິງ​ບັນ​ຫາ​ບຸ​ລິ​ມະ​ສິດ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ແມ່ນ​ສ້າງ​ກົນ​ໄກ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃຫ້​ບັນ​ດາ​ກຳ​ມະ​ກອນ ອີ​ຢູ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ອ​ັງ​ກິດ ແລະ ບັນ​ດາ​ປະ​ເທດ ເອີ​ລົບ​ຢ່າງ​ຈະ​ແຈ້ງ; ພ້ອມ​ກັນ​ນັ້ນ, ​ກໍ່ກ່າວ​ເຕືອນ​ວ່າ ອັງ​ກິດ ຕ້ອງ​ປະ​ຕິ​ບັດ​ທຸກໆ​ຄຳ​ໝັ້ນ​ສັນ​ຍາ ແລະ ພາ​ລະ​ໜ້າ​ທີ່​ການ​ເງິນ ຕິດ​ພັນ​ກັບ​ຖາ​ນະ​ບົດ​ບາດ​ສະ​ມ​າ​ຊິກ​ຂອງ ອີ​ຢູ ກ່ອນ​ທີ່​ປະ​ຕິ​ບັດສຳ​ເລັດ​ການ “ອຳ​ລາ” ກັບ​ກຸ່ມ​ຕະຫຼາດ​ລ​ວມນີ້.


ຂ່າວ/ບົດ​ອື່ນ