ອີຢູຮັບຮອງເອົາແຜນການຈັດແບ່ງຊາວອົບພະຍົບ120.000ຄົນ
(ພາບປະກອບ: TTXVN)
(vovworld) – ຄໍ່າຄືນວັນທີ 22/09, ດ້ວຍບັດສະໜັບສະໜູນກວນສ່ວນຫຼາຍ, ບັນດາລັດຖະມົນຕີກະຊວງພາຍໃນຂອງສະຫະພາບເອີລົບ (ອີຢູ) ໄດ້ຮັບຮອງເອົາແຜນການຈັດແບ່ງຊາວອົບພະຍົບ 120.000 ຄົນ ລະຫວ່າງບັນດາປະເທດສະມາຊິກໃນກຸ່ມ, ເພື່ອຫຼຸດຜ່ອນຈຳນວນຊາວອົບພະຍົບໃຫ້ບັນດາປະເທດຄື ເກຼັກ, ອິຕາລີ ແລະ ຮຸງກາຣີ. ຕາມອີຢູ ແລ້ວ, ໃນຈຳນວນຊາວອົບພະຍົບ 120.000 ຄົນ, ມີປະທານ 66.000 ຄົນທີ່ໄດ້ຮັບກົດລະບຽບອົບພະຍົບແລ້ວ ຈະໄດ້ຈັດວາງຄືນໃໝ່ໃຫ້ເກຼັກ ແລະ ອີຕາລີ. ສິ່ງດັ່ງກ່າວກໍໝາຍຄວາມວ່າ, 54.000 ຄົນທີ່ຍັງເຫຼືອເຊິ່ງຖືກຮຸງກາຮີ ປະຕິເສດໄດ້ຈັດວາງຄືນໃໝ່ໃຫ້ຮຸງກາຣີ.
ໃນເຫດການທີ່ກຽວຂ້ອງ, ວັນທີ 22/09, ຫົວໜ້າຂະຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR), ທ່ານ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດເອີລົບ ສະແດງນ້ຳໃຈສາມັກຄີ ເພື່ອຮັບມືກັບວິກິດການຊາວອົບພະຍົບ. ໃນຂະນະນັ້ນ, ໂຄສົກ UNHCR, ທ່ານນາງ Melissa Fleming ເນັ້ນໜັກວ່າ, ຄວາມຕ້ອງການຮີບດ່ວນຂອງອີຢູ ໃນຈຸດເວລານີ້ແມ່ນເຫັນດີຕໍ່ມາດຕະການແກ້ໄຂເພື່ອຄວບຄຸມວິກິດການ ຊາວອົບພະຍົບທີ່ພວມຍູ້ໃຫ້ທະວີບນີ້ຕົກເຂົ້າສູ່າສະພາບວຸ່ນວາຍທີ່ບໍ່ເຄີຍມີມາກ່ອນ.