ອີຢູຮຽກຕົວເອກອັກຄະລັດຖະທູດຕວກກີຍ້ອນຄຳກ່າວປາໄສຂອງປະທານາທິບໍດີ Erdogan
ທ່ານປະທານາທິບໍດີຕວກກີ Recep Tayyip Erdogan
(ພາບ: AFP/TTXVN)
(vovworld) - ວັນທີ 23/03, ສະຫະພາບເອີລົບ (ອີຢູ) ໄດ້ຮຽກຕົວເອກອັກຄະລັດຖະທູດຂອງຕວກກີ ເພື່ອອະທິບາຍຄຳຖະແຫຼງຂອງທ່ານປະທານາທິບໍດີຕວກກີ Recep Tayyip Erdogan ວ່າ, ປະຊາຊົນເອີລົບ ຈະສາມາດເຄື່ອນໄຫວໄປມາຢ່າງປອດໄພຢູ່ຕາມຖະໜົນສາຍຕ່າງໆໃນທົ່ວໂລກໄດ້ ຖ້າຫາກເຂົາເຈົ້າສືບຕໍ່ຮັກສາທ່າທີຄືໃນປະຈຸບັນສຳລັບ ອານກາຣາ. ໂຄສົກອີຢູ Maja Kocijancic ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ສະເໜີໃຫ້ຜູ້ຕາງໜ້າປະຈຳການ (ໃນຕົວຈິງ) ຂອງຕວກກີ ທີ່ປະຈຳຢູ່ອີຢູ ມາ ຍ້ອນພວກຂ້າພະເຈົ້າຢາກມີຄຳອະທິບາຍກ່ຽວກັບຄຳຖະແຫຼງຂອງທ່ານປະທານາທິບໍດີ Erdogan ທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງປະຊາຊົນເອີລົບ ຢູ່ຖະໜົນສາຍຕ່າງໆໃນທົ່ວໂລກ”.
ການກະທຳດັ່ງກ່າວຖືກດຳເນີນໃນສະພາບທີ່ຄວາມເຄັ່ງຕຶງດ້ານການທູດລະຫວ່າງຕວກກີ ແລະ ບາງປະເທດເອີລົບ ຍັງສືບຕໍ່ປີນຂັ້ນໄດ, ຊ້ຳບໍ່ໜຳບັນດາການຖົກຖຽງກັນອາດຈະເຮັດໃຫ້ການພົວພັນລະຫວ່າງຕວກກີ ແລະ ອີຢູ ຖືກລົມລະລາຍ ພາຍຫຼັງທ່ານປະທານາທິບໍດີ Erdogan ຫາກໍ່ຖະແຫຼງຈະພິຈາລະນາຄືນການພົວພັນກັບອີຢູ, ພາຍຫຼັງການລົງປະຊາມະຕິກ່ຽວກັບການປະຕິຮູບລັດຖະທຳມະນູນ ໃນເດືອນ 04 ຈະມາເຖິງ.